YouVersion Logo
Search Icon

ຄາລາເຕຍ 4

4
1ເຮົາ​ຂໍ​ກ່າວ​ດັ່ງນີ້​ວ່າ, ຕາບໃດ​ທີ່​ເຈົ້າ​ຂອງ​ມໍຣະດົກ​ຍັງ​ເປັນ​ເດັກນ້ອຍ​ຢູ່ ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້ອຍຂ້າ ເຖິງ​ແມ່ນ​ວ່າ​ເປັນ​ເຈົ້າ​ຂອງ​ຊັບສິນ​ທັງໝົດ​ກໍຕາມ. 2ເພາະ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້ປົກຄອງ ແລະ​ຜູ້ດູແລ​ຊັບສິນ ຈົນເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້​ໃຫ້​ຮັບ​ມໍຣະດົກ. 3ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ. 4ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ, 5ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ໃຫ້​ພວກເຮົາ​ໄດ້​ຖານະ​ເປັນ​ບຸດ.
6ແລະ​ເພາະ​ເຈົ້າ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ຈຶ່ງ​ຊົງ​ໃຊ້​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ແລ້ວ​ຮ້ອງ​ວ່າ, “ອັບບາ” ຄື “ພຣະບິດາເຈົ້າ.” 7ດັ່ງນັ້ນ ເພາະ​ໂດຍ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍຂ້າ​ຕໍ່ໄປ ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍຣະດົກ.
ຄວາມ​ຫ່ວງໃຍ​ທີ່​ມີ​ຕໍ່​ຊາວ​ຄາລາເຕຍ
8ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້. 9ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ? 10ພວກເຈົ້າ​ຖື​ວັນ ຖື​ເດືອນ ຖື​ລະດູ ແລະ​ຖື​ປີ. 11ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.
12ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ເປັນ​ເໝືອນ​ດັ່ງ​ເຮົາ ຕາມ​ທີ່ຈິງ​ແລ້ວ ເຮົາ​ກໍ​ເຄີຍ​ເປັນ​ດັ່ງ​ພວກເຈົ້າ​ເໝືອນກັນ ພວກເຈົ້າ​ບໍ່ໄດ້​ທຳຮ້າຍ​ຫຍັງ​ຕໍ່​ເຮົາ. 13ເຈົ້າ​ທັງຫລາຍ​ຮູ້​ຢູ່​ວ່າ ໃນ​ຕອນ​ຕົ້ນ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຈົ້າ ກໍ​ເປັນ​ເພາະ​ການ​ເຈັບປ່ວຍ​ທາງ​ຮ່າງກາຍ. 14ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງເຮົາ ຈະ​ເປັນ​ການ​ທົດລອງ​ໃຈ​ເຈົ້າ​ທັງຫລາຍ​ກໍຕາມ ພວກເຈົ້າ​ກໍ​ບໍ່ໄດ້​ໝິ່ນປະໝາດ ຫລື​ເບື່ອໜ່າຍ​ເຮົາ ແຕ່​ໄດ້​ຕ້ອນຮັບ​ເຮົາ ເໝືອນ​ກັບ​ເປັນ​ທູດ​ຂອງ​ພຣະເຈົ້າ ຫລື​ເໝືອນ​ກັບ​ພຣະຄຣິດເຈົ້າ​ເຢຊູ. 15ພວກເຈົ້າ​ລືມ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ແລ້ວ​ບໍ? ເຮົາ​ເອງ​ກ້າ​ເວົ້າ​ໄດ້​ວ່າ ຖ້າ​ເປັນ​ໄປ​ໄດ້​ພວກເຈົ້າ​ຄົງ​ຈະ​ຄວັດ​ໜ່ວຍ​ຕາ​ຂອງ​ພວກເຈົ້າ​ໃຫ້​ແກ່​ເຮົາ. 16ເວລາ​ນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ ຍ້ອນ​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ຊັ້ນບໍ?
17ຄົນ​ເຫຼົ່ານັ້ນ​ສົນໃຈ​ພວກເຈົ້າ ບໍ່ແມ່ນ​ດ້ວຍ​ຄວາມຫວັງ​ດີ ພວກເຂົາ​ພຽງແຕ່​ຢາກ​ແຍກ​ພວກເຈົ້າ​ອອກ​ຈາກ​ເຮົາ​ເທົ່ານັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ສົນໃຈ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ສົນໃຈ​ພວກເຈົ້າ. 18ການ​ເອົາອົກ​ເອົາໃຈ​ດ້ວຍ​ຄວາມຫວັງ​ດີ ກໍ​ເປັນ​ການ​ດີ​ຢູ່​ທຸກ​ເວລາ ແລະ​ບໍ່ແມ່ນແຕ່​ເມື່ອ​ເວລາ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ. 19ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ. 20ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ​ຢາກ​ປ່ຽນ​ວິທີ​ເວົ້າຈາ​ກັບ​ພວກເຈົ້າ ເພາະ​ເຮົາ​ວິຕົກ​ກັງວົນ​ໃຈ​ນຳ​ພວກເຈົ້າ​ຫລາຍ.
ເລື່ອງ​ນາງ​ຮາກາ ແລະ ນາງ​ຊາຣາ
21ເຮົາ​ຂໍ​ຖາມ​ພວກ​ທີ່​ຢູ່​ໃຕ້​ກົດບັນຍັດ​ວ່າ, ພວກເຈົ້າ​ບໍ່ໄດ້ຍິນ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ບໍ? 22ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ, ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ຂ້ອຍຂ້າ ແລະ​ອີກ​ຄົນ​ໜຶ່ງ​ເກີດ​ຈາກ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ. 23ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ໄດ້​ຈາກ​ຍິງ​ຂ້ອຍຂ້າ​ນັ້ນ ເກີດ​ຕາມ​ທຳມະດາ ແຕ່​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ໄດ້​ຈາກ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ​ນັ້ນ ແມ່ນ​ເກີດ​ຕາມ​ພຣະສັນຍາ. 24ເລື່ອງ​ນັ້ນ​ຖື​ເປັນ​ການ​ປຽບທຽບ​ດັ່ງນີ້: ຍິງ​ທັງສອງ​ນັ້ນ ໄດ້​ແກ່​ພັນທະສັນຍາ​ສອງ​ຢ່າງ, ຜູ້ໜຶ່ງ​ຊື່​ວ່າ​ຮາກາ ນາງ​ເກີດ​ລູກ​ທີ່​ເປັນ​ຂ້ອຍຂ້າ ຈຶ່ງ​ໄດ້​ຮັບ​ພັນທະສັນຍາ​ມາ​ຈາກ​ພູເຂົາ​ຊີນາຍ. 25ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ. 26ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ. 27ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ໂອ ຍິງ​ໝັນ​ຜູ້​ບໍ່ເຄີຍ​ເກີດ​ລູກ​ເອີຍ
ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ
ເຈົ້າ​ຜູ້​ທີ່​ບໍ່ເຄີຍ​ເຈັບ​ທ້ອງ
ເກີດ​ລູກ​ຈັກເທື່ອ​ເອີຍ
ຈົ່ງ​ໂຮ່ຮ້ອງ​ຂຶ້ນ​ດ້ວຍ​ຄວາມ
ຊົມຊື່ນ​ຍິນດີ​ສາ
ດ້ວຍວ່າ, ຍິງ​ທີ່​ຖືກ​ປະຮ້າງ​ກໍ​ມີ​ລູກ
ຫລາຍກວ່າ​ຍິງ​ທີ່​ມີ​ຜົວ.”
28ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຈົ້າ​ກໍ​ເປັນ​ລູກໆ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ ເໝືອນດັ່ງ​ອີຊາກ. 29ໃນ​ຄາວ​ນັ້ນ ລູກ​ທີ່​ເກີດ​ຕາມ​ທຳມະດາ ໄດ້​ຂົ່ມເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະວິນຍານ​ສັນໃດ ແລະ​ປະຈຸບັນ​ນີ້ ກໍ​ຍັງ​ເປັນ​ເໝືອນກັນ​ສັນນັ້ນ. 30ແຕ່​ພຣະຄຳພີ​ກ່າວ​ວ່າ​ຢ່າງ​ໃດ ກໍ​ກ່າວ​ວ່າ, “ຈົ່ງ​ໄລ່​ຍິງ​ຂ້ອຍຂ້າ ແລະ​ລູກ​ຂອງ​ນາງ​ໜີໄປ​ເສຍ. ດ້ວຍວ່າ, ລູກ​ຂອງ​ຍິງ​ຂ້ອຍຂ້າ​ຈະ​ບໍ່ໄດ້​ມີ​ສ່ວນ​ຮັບ​ມໍຣະດົກ ຮ່ວມ​ກັບ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ.” 31ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ເປັນ​ລູກ​ຂອງ​ຍິງ​ຂ້ອຍຂ້າ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in