YouVersion Logo
Search Icon

ເອເຊກຽນ 28

28
ຄຳທຳນວາຍ​ຕໍ່ສູ້​ກະສັດ​ຕີເຣ
1ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ, 2“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ. 3ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ກວ່າ​ດາເນນ ຈົນ​ບໍ່ມີ​ຄວາມລັບ​ໃດໆ​ປິດບັງ​ເຈົ້າ​ໄວ້​ໄດ້. 4ສະຕິປັນຍາ​ກັບ​ຄວາມ​ຊຳນິ​ຊຳນານ​ຂອງ​ເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ຮັ່ງມີ ດ້ວຍ​ຊັບສົມບັດ​ທີ່​ເປັນ​ຄຳ​ແລະ​ເງິນ. 5ເຈົ້າ​ໄດ້​ເຮັດ​ທຸລະກິດ​ຢ່າງ​ຫລັກແຫລມ​ແລະ​ສືບຕໍ່​ໄດ້​ກຳໄລ. ເຈົ້າ​ຊ່າງ​ອວດອົ່ງ​ທະນົງ​ຕົວ​ກັບ​ຊັບສົມບັດ​ຂອງ​ເຈົ້າ​ແທ້ໆ​ນໍ.
6ບັດນີ້​ຕໍ່ໄປນີ້ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ຍ້ອນ​ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ເໝືອນ​ພະ​ຕົນ​ໜຶ່ງ 7ເຮົາ​ຈະ​ນຳ​ເຫຼົ່າ​ສັດຕູ​ຜູ້​ຫ້ຽມໂຫດ​ມາ​ໂຈມຕີ​ເຈົ້າ. ພວກເຂົາ​ຈະ​ທຳລາຍ​ສິ່ງ​ອັນ​ສວຍງາມ​ທັງໝົດ​ທີ່​ເຈົ້າ​ໄດ້​ມາ ໂດຍ​ຄວາມ​ຊຳນິ​ຊຳນານ​ແລະ​ສະຕິປັນຍາ​ຂອງ​ເຈົ້າ​ນັ້ນ. 8ພວກເຂົາ​ຈະ​ສັງຫານ​ເຈົ້າ​ແລະ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ຂຸມ​ທີ່​ພື້ນ​ທະເລ. 9ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ. 10ເຈົ້າ​ຈະ​ຕາຍ​ດັ່ງ​ໝາ​ໂຕໜຶ່ງ​ໃນ​ເງື້ອມມື​ຂອງ​ຄົນ​ຕ່າງດ້າວ ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ. ເຮົາ​ໄດ້​ບອກ​ໄວ້​ແລ້ວ.”’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.
ກະສັດ​ແຫ່ງ​ຕີເຣ​ຖືກ​ປົດ​ຈາກ​ອຳນາດ
11ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ, 12“ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເຖິງ​ຊາຕາກຳ​ທີ່​ກຳລັງ​ລໍຄອຍ​ກະສັດ​ແຫ່ງ​ຕີເຣ​ຢູ່. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ລາວ​ວ່າ, ‘ຄັ້ງ​ໜຶ່ງ ເຈົ້າ​ເຄີຍ​ເປັນ​ແບບຢ່າງ​ເຖິງ​ຄວາມ​ຄົບຖ້ວນ​ບໍຣິບູນ. ເຈົ້າ​ເປັນ​ຄົນ​ສະຫລາດ​ຫລັກແຫລມ ແລະ​ຮູບຮ່າງ​ກໍ​ສະຫງ່າງາມ​ແທ້ໆ 13ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. 14ເຮົາ​ໄດ້​ຕັ້ງ​ເທວະດາ​ຕົນ​ໜຶ່ງ​ທີ່​ໜ້າຢ້ານກົວ​ຍິ່ງ​ໄວ້​ໃນ​ທີ່ນັ້ນ ເພື່ອ​ໃຫ້​ເຝົ້າ​ປົກປ້ອງ​ຄຸ້ມຄອງ​ເຈົ້າ. ເຈົ້າ​ໄດ້​ອາໄສ​ຢູ່​ເທິງ​ພູ​ສັກສິດ​ຂອງເຮົາ ແລະ​ຍ່າງ​ໄປມາ​ທ່າມກາງ​ເພັດພອຍ​ຕ່າງໆ​ທີ່​ເຫລືອງເຫລື້ອມ​ແວວວາວ. 15ການ​ປະພຶດ​ຂອງເຈົ້າ​ຄົບຖ້ວນ​ບໍຣິບູນ​ທຸກຢ່າງ ແຕ່​ມື້​ທີ່​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ຈົນກວ່າ​ການ​ຊົ່ວຊ້າ​ໄດ້​ປາກົດ​ໃນ​ຕົວ​ເຈົ້າ. 16ເຈົ້າ​ໄດ້​ຫຍຸ້ງຢູ່​ນຳ​ແຕ່​ການ​ຊື້ຂາຍ ແລະ​ມັນ​ໄດ້​ນຳ​ເຈົ້າ​ໄປ​ສູ່​ການ​ຮຸນແຮງ​ແລະ​ການກະທຳ​ບາບ. ສະນັ້ນ ເຮົາ​ຈຶ່ງ​ບັງຄັບ​ເຈົ້າ​ໃຫ້​ໜີໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ ແລະ​ປົດ​ເຈົ້າ​ລົງ​ສູ່​ຖັນແຖວ​ທຳມະດາ​ຂອງ​ມະນຸດ​ທີ່​ຕາຍເປັນ ແລະ​ຂັບໄລ່​ເຈົ້າ​ໃຫ້​ໜີ​ຈາກ​ເພັດພອຍ​ຕ່າງໆ​ອັນ​ເຫລືອງເຫລື້ອມ​ແວວວາວ​ນັ້ນ. 17ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ. 18ເຈົ້າ​ໄດ້​ທຳມາ​ຄ້າຂາຍ​ຢ່າງ​ຊົ່ວຊ້າ ຈົນ​ບ່ອນ​ນະມັດສະການ​ຂອງເຈົ້າ​ໄດ້​ຮັບ​ການ​ເສື່ອມເສຍ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ຈູດ​ໄຟ​ເຜົາ​ຕົວເມືອງ​ຈົນ​ໄໝ້​ໝົດກ້ຽງ​ເປັນ​ຂີ້ເຖົ່າ. ບັດນີ້ ທຸກຄົນ​ທີ່​ແນມເບິ່ງ​ເຈົ້າ​ກໍ​ຈະ​ເຫັນ​ເຈົ້າ​ເປັນ​ຂີ້ເຖົ່າ​ໄປ. 19ເຈົ້າ​ໄດ້​ຈາກ​ໄປ​ສາ​ແລ້ວ ແລະ​ຈາກ​ໄປ​ເລີຍ ແລະ​ຊົນຊາດ​ທັງໝົດ​ທີ່​ໄດ້​ຮູ້ຈັກ​ເຈົ້າ​ຕ່າງ​ກໍ​ສະທ້ານ​ຢ້ານກົວ​ໃຫຍ່ ເພາະ​ຢ້ານ​ວ່າ​ພວກ​ຕົນ​ຈະ​ໄດ້​ຮັບ​ສ່ວນ​ໃນ​ຊາຕາກຳ​ຂອງເຈົ້າ.”’
ຄຳທຳນວາຍ​ຕໍ່ສູ້​ຊີໂດນ
20ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ, 21“ມະນຸດ​ເອີຍ ຈົ່ງ​ປະນາມ​ເມືອງ​ຊີໂດນ. 22ຈົ່ງ​ບອກ​ປະຊາຊົນ​ໃນ​ທີ່ນັ້ນ ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ກ່ຽວກັບ​ພວກເຂົາ​ວ່າ, ‘ເມືອງ​ຊີໂດນ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ; ປະຊາຊົນ​ຈະ​ສັນລະເສີນ​ເຮົາ ຍ້ອນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຈົ້າ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ບໍຣິສຸດ​ສໍ່າໃດ​ໂດຍ​ລົງໂທດ​ຊາວ​ເມືອງ​ຂອງເຈົ້າ. 23ເຮົາ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ເຈົ້າ ແລະ​ເຮັດ​ໃຫ້​ເລືອດ​ໄຫລ​ນອງ​ຕາມ​ທ້ອງ​ຖະໜົນ​ຫົນທາງ. ເຈົ້າ​ຈະ​ຖືກ​ໂຈມຕີ​ທຸກ​ດ້ານ​ແລະ​ປະຊາຊົນ​ຈະ​ຖືກ​ຂ້າ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.
ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ພຣະພອນ
24ບໍ່ມີ​ຊາດ​ໃກ້ຄຽງ​ຊາດ​ໃດ​ທີ່​ໄດ້​ດູຖູກ​ຊາດ​ອິດສະຣາເອນ​ນັ້ນ ຈະ​ເປັນ​ສ້ຽນໜາມ ເໝືອນ​ໜາມ​ຍອກອົກ​ຂອງ​ຊາດ​ອິດສະຣາເອນ​ອີກ​ຕໍ່ໄປ. ແລ້ວ​ພວກເຂົາ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.’
25ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ຊົນຊາດ​ທັງປວງ​ຈະ​ຮູ້ວ່າ​ເຮົາ​ບໍຣິສຸດ. ປະຊາຊົນ​ອິດສະຣາເອນ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ ຄື​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ຢາໂຄບ ຜູ້ຮັບໃຊ້​ຂອງເຮົາ. 26ພວກເຂົາ​ຈະ​ຢູ່​ທີ່ນັ້ນ​ຢ່າງ​ປອດໄພ. ພວກເຂົາ​ຈະ​ປຸກ​ບ້ານ​ເຮືອນ​ແລະ​ເຮັດ​ສວນອະງຸ່ນ. ເຮົາ​ຈະ​ລົງໂທດ​ບັນດາ​ປະເທດ​ໃກ້ຄຽງ​ທີ່​ໄດ້​ດູຖູກ​ພວກເຂົາ ແລະ​ຊາດ​ອິດສະຣາເອນ​ຈະ​ປອດໄພ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in