ອົບພະຍົບ 37
37
ເບຊາເລນເຮັດຫີບພັນທະສັນຍາ
(ອພຍ 25:10-22)
1ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ. 2ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ. 3ລາວໄດ້ຫລໍ່ຫູຄຳເພື່ອສອດຄານຫາມໃສ່ສີ່ຫູຕິດໄວ້ກັບແຈທັງສີ່ຄືຂ້າງລະສອງຫູ. 4ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂອບດ້ວຍຄຳ 5ແລະສອດຄານຫາມເຂົ້າໃສ່ຫູໄວ້ທີ່ຂ້າງຫີບແຕ່ລະຂ້າງ. 6ຝາອັດຫີບນັ້ນເຮັດດ້ວຍຄຳສົດທີ່ຍາວ 110 ເຊັນ ແລະກວ້າງ 66 ເຊັນ. 7-8ລາວໄດ້ຫລໍ່ເຄຣຸບສອງໂຕດ້ວຍຄຳ ຕິດໃສ່ກັບແຕ່ລະສົ້ນຂອງຝາອັດ ໂດຍໃຫ້ສົ້ນສຸດຂອງປີກທັງສອງພືອອກ ເປັນເນື້ອດຽວກັນກັບຝາອັດຫີບ. 9ເຄຣຸບນັ້ນແມ່ນໄດ້ປິ່ນໜ້າເຂົ້າຫາກັນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ.
ເບຊາເລນເຮັດໂຕະເຂົ້າຈີ່
(ອພຍ 25:23-30)
10ເບຊາເລນໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ. 11ແລ້ວໄດ້ໂອບໂຕະນັ້ນດ້ວຍຄຳສົດ ແລະເຮັດຂອບໂຕະນັ້ນດ້ວຍຄຳສົດຄືກັນ. 12ສ່ວນຂອບນອກຂອງໂຕະນັ້ນ ລາວໄດ້ເຮັດຂອບຄຳໃສ່ອ້ອມຮອບກວ້າງ 7,5 ເຊັນ. 13ລາວໄດ້ເຮັດຫູເປັນຄຳຕິດໄວ້ທີ່ແຈໂຕະທັງສີ່ຂ້າງອີກ. 14ເພື່ອສອດຄານຫາມເຂົ້າໃສ່ຫູຄຳທີ່ຕິດກັບໂຕະນັ້ນ 15ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. 16ສຳລັບເຄື່ອງໃຊ້ເທິງໂຕະເພື່ອຖອກຖວາຍເຄື່ອງດື່ມບູຊາເຊັ່ນ: ຈານ, ຈອກ, ໄຫ, ແລະຖ້ວຍ ແມ່ນໄດ້ເຮັດດ້ວຍຄຳສົດທັງໝົດ.
ເບຊາເລນເຮັດຫລັກຮອງຕະກຽງ
(ອພຍ 25:31-40)
17ເບຊາເລນໄດ້ເຮັດຫລັກຮອງຕະກຽງດ້ວຍຄຳສົດ. ລາວໄດ້ຕີຕີນ ແລະລຳຕົວຂອງຫລັກນັ້ນໃຫ້ເປັນຮູບດອກໄມ້ ມີທັງດອກຈູມດອກບານ ແລະກີບດອກໄມ້ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ.
18ລາວໄດ້ເຮັດກິ່ງຫົກກິ່ງແຍກອອກຈາກລຳຕົວຂອງຫລັກຕະກຽງນັ້ນ ຄືຂ້າງລະສາມກິ່ງ. 19ແຕ່ລະກິ່ງໃນຫົກກິ່ງນັ້ນໄດ້ປະດັບປະດາດ້ວຍຮູບດອກໄມ້ ທີ່ມີລວດລາຍເໝືອນດັ່ງດອກໝາກບົກ ທັງມີກີບແລະມີກາບອີກດ້ວຍ. 20ສ່ວນລຳຂອງຫລັກຕະກຽງນັ້ນໄດ້ປະດັບປະດາດ້ວຍດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກ ທັງມີກີບແລະກາບເຊັ່ນກັນ. 21ຢູ່ລຸ່ມຂອງກິ່ງທັງສາມຄູ່ມີດອກໄມ້ຈູມດອກໜຶ່ງ ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ. 22ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ. 23ລາວໄດ້ເຮັດຕະກຽງເຈັດໜ່ວຍໃສ່ຫລັກຮອງຕະກຽງນັ້ນ ສ່ວນຄີມຄີບໄສ້ຕະກຽງ ແລະຖາດໃສ່ຄີມແມ່ນໄດ້ເຮັດດ້ວຍຄຳສົດ. 24ເບຊາເລນໄດ້ໃຊ້ຄຳສົດປະມານ 35 ກິໂລກຼາມ ເຮັດຫລັກຕະກຽງແລະເຄື່ອງໃຊ້ທຸກຢ່າງສຳລັບຫລັກຕະກຽງ.
ເບຊາເລນເຮັດແທ່ນເຜົາເຄື່ອງຫອມ
(ອພຍ 30:1-5)
25ເບຊາເລນໄດ້ເຮັດແທ່ນສຳລັບເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ. ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທິນ ຊຶ່ງແຕ່ລະຂ້າງແທກໄດ້ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດແທນທັງສີ່ຫລ່ຽມນັ້ນໄດ້ເຮັດເປັນໄມ້ທ່ອນດຽວກັນກັບແທ່ນ. 26ແທ່ນນັ້ນແມ່ນໂອບດ້ວຍຄຳສົດ ຄືໂອບທາງດ້ານເທິງທັງສີ່ດ້ານພ້ອມກັບຈອມ ແລະເຮັດຂອບຄຳອ້ອມຮອບແທ່ນດ້ວຍ. 27ເບຊາເລນໄດ້ເຮັດຫູສອດຄານຫາມສອງຫູ ຕິດກັບຂອບລຸ່ມທັງສອງຂ້າງເພື່ອສອດຄານຫາມໃສ່. 28ຄານຫາມນັ້ນເຮັດດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
ເບຊາເລນເຮັດນໍ້າມັນເຈີມສັກສິດແລະເຄື່ອງຫອມ
(ອພຍ 30:22-38)
29ເບຊາເລນໄດ້ເຮັດນໍ້າມັນເຈີມສັກສິດ ແລະເຄື່ອງຫອມສັກສິດ ຕາມແບບວິທີປຸງນໍ້າຫອມ.
Currently Selected:
ອົບພະຍົບ 37: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.