ອົບພະຍົບ 32:7-8
ອົບພະຍົບ 32:7-8 ພຄພ
ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຟ້າວກັບລົງໄປດຽວນີ້ ເພາະປະຊາຊົນຂອງເຈົ້າ ຄືພວກທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນໄດ້ເຮັດບາບ ແລະປະຖິ້ມເຮົາສາແລ້ວ. ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.”





