ອົບພະຍົບ 32:5-6
ອົບພະຍົບ 32:5-6 ພຄພ
ແລ້ວອາໂຣນກໍໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງໄວ້ຕໍ່ໜ້າຮູບງົວຄຳ ແລະປະກາດວ່າ, “ມື້ອື່ນຈະມີການກິນລ້ຽງຖວາຍກຽດແກ່ພຣະເຈົ້າຢາເວ.” ໃນມື້ຕໍ່ມາ ພວກເຂົາໄດ້ຕື່ນແຕ່ເຊົ້າໆ ພວກເຂົາໄດ້ເຜົາສັດທັງໂຕຖວາຍບູຊາ ແລະນຳເອົາສັດໂຕອື່ນມາຂ້າກິນເພື່ອຄວາມສາມັກຄີທຳ. ປະຊາຊົນຕ່າງກໍໄດ້ນັ່ງລົງກິນແລະດື່ມ ຊຶ່ງຕໍ່ມາກໍໄດ້ມີການເຕັ້ນລຳຖວາຍບູຊາຮູບເຄົາຣົບຢ່າງເຖິງໃຈ.





