ອົບພະຍົບ 30
30
ແທ່ນເຜົາເຄື່ອງຫອມເພື່ອບູຊາ
(ອພຍ 37:25-28)
1“ຈົ່ງເຮັດແທ່ນບູຊາເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ. 2ແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມຊຶ່ງແຕ່ລະຂ້າງມີ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດຂອງແທ່ນທັງສີ່ຫລ່ຽມນັ້ນ ໃຫ້ເປັນໄມ້ເນື້ອດຽວກັນກັບແທ່ນ. 3ຈົ່ງໂອບດ້ານເທິງແລະຈອມຂອງແທ່ນທັງສີ່ດ້ານນັ້ນດ້ວຍຄຳສົດ ແລະຈົ່ງເຮັດຂອບຄຳອ້ອມຮອບແທ່ນດ້ວຍ. 4ຈົ່ງເຮັດຫູສອງຫູເພື່ອໃຊ້ຫາມ ຈອດຕິດໄວ້ກັບຂອບລຸ່ມທັງສອງຂອບສຳລັບສອດຄານຫາມໃສ່. 5ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. 6ໃຫ້ຕັ້ງແທ່ນບູຊານັ້ນໄວ້ຂ້າງນອກຜ້າກັ້ງ ຊຶ່ງກາງຢູ່ຕໍ່ໜ້າຫີບພັນທະສັນຍາ. ຢູ່ໃນທີ່ນັ້ນແຫຼະ ແມ່ນບ່ອນທີ່ເຮົາຈະພົບກັບເຈົ້າ. 7ທຸກໆເຊົ້າເມື່ອອາໂຣນເຂົ້າມາບົວລະບັດຕະກຽງ ໃຫ້ລາວເຜົາເຄື່ອງຫອມເທິງແທ່ນບູຊານັ້ນ. 8ໃຫ້ລາວເຮັດວິທີດຽວກັນກັບ ເມື່ອລາວໄຕ້ຕະກຽງໃນຕອນຄໍ່າ. ການເຜົາເຄື່ອງຫອມຖວາຍບູຊາແມ່ນໃຫ້ປະຕິບັດສືບໆໄປຕໍ່ໜ້າພຣະເຈົ້າຢາເວ ຕະຫລອດຊົ່ວເຊື້ອສາຍຂອງເຈົ້າ. 9ຢ່າໄດ້ຖວາຍສິ່ງທີ່ຕ້ອງຫ້າມເທິງແທ່ນບູຊາ ບໍ່ວ່າເຄື່ອງຫອມຊະນິດໃດໆ, ສັດ, ພືດຜົນເປັນເມັດກໍຕາມ ແລະຢ່າຖອກເຫຼົ້າອະງຸ່ນໃສ່ແທ່ນ. 10ທຸກໆປີໃດ ໃຫ້ປະໂຣຫິດອາໂຣນປະກອບພິທີຊຳລະແທ່ນບູຊາເທື່ອໜຶ່ງ ໂດຍໃຫ້ເອົາເລືອດຂອງສັດທີ່ຖວາຍສຳລັບການໄຖ່ບາບ ຫົດສົງໃສ່ຈອມແທ່ນທັງສີ່ດ້ານ. ໃຫ້ປະກອບພິທີນີ້ທຸກໆປີຕະຫລອດໄປ. ແລ້ວແທ່ນນີ້ກໍຈະເປັນແທ່ນບູຊາທີ່ບໍຣິສຸດທັງສິ້ນ ຊຶ່ງໄດ້ອຸທິດຖວາຍແກ່ພຣະເຈົ້າຢາເວ.”
ເງິນຖວາຍໃຫ້ຫໍເຕັນບ່ອນພຣະເຈົ້າຢາເວສະຖິດຢູ່
11ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 12“ເມື່ອເຈົ້າຈົດທະບຽນສຳມະໂນຄົວປະຊາຊົນອິດສະຣາເອນ ຈົ່ງໃຫ້ຊາຍແຕ່ລະຄົນຈ່າຍຄ່າຊີວິດຂອງຕົນແກ່ພຣະເຈົ້າຢາເວ ເພື່ອວ່າໄພອັນຕະລາຍຈະບໍ່ມາຖືກພວກເຂົາ ໃນຂະນະທີ່ມີການຈົດທະບຽນນັ້ນ. 13ທຸກຄົນທີ່ມີລາຍຊື່ໃນການຈົດທະບຽນ ຕ້ອງຈ່າຍເງິນໃນຈຳນວນທີ່ໄດ້ກຳນົດໄວ້ ຕາມອັດຕາຂອງສຳນັກນະມັດສະການ. ທຸກໆຄົນຈະຕ້ອງຈ່າຍເງິນຕາມຈຳນວນດັ່ງກ່າວນີ້ ເປັນການຖວາຍແກ່ພຣະເຈົ້າຢາເວ. 14ທຸກໆຄົນທີ່ໄດ້ນັບເຂົ້າໃນການຈົດທະບຽນຄອບຄົວ ຄືຜູ້ທີ່ມີອາຍຸຕັ້ງແຕ່ 20 ປີ ຂຶ້ນໄປ ຕ້ອງຈ່າຍເງິນຕາມຈຳນວນນີ້ແກ່ພຣະເຈົ້າຢາເວ. 15ເມື່ອພວກເຈົ້ານຳເອົາເງິນມາຖວາຍແກ່ພຣະເຈົ້າຢາເວ ເພື່ອຈະໄດ້ໄຖ່ຊີວິດຂອງເຈົ້າທັງຫຼາຍນັ້ນ ຄົນຮັ່ງມີກໍບໍ່ໃຫ້ເກີນເຄິ່ງເຊເຄນ ແລະຄົນຍາກຈົນກໍບໍ່ໃຫ້ຫລຸດໜ້ອຍກວ່າເຄິ່ງເຊເຄນ. 16ຈົ່ງໂຮມເງິນທັງໝົດທີ່ໄດ້ຈາກປະຊາຊົນອິດສະຣາເອນນັ້ນ ນຳມາໃຊ້ຈ່າຍໃນການບົວລະບັດຫໍເຕັນບ່ອນຊຸມນຸມ. ເພື່ອເປັນທີ່ລະນຶກເຖິງຊົນຊາດອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ, ສຳລັບການໄຖ່ຊີວິດຂອງພວກເຈົ້າທັງຫຼາຍ.”
ຂັນທອງສຳຣິດ
17ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 18“ຈົ່ງເອົາທອງສຳຣິດມາຫລໍ່ເປັນຂັນແລະພານຮອງຂັນ. ຈົ່ງວາງຂັນນັ້ນໃຫ້ຢູ່ລະຫວ່າງຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາ ແລະຕັກນໍ້າໃສ່ໃນນັ້ນ. 19ຈົ່ງໃຫ້ອາໂຣນ ແລະພວກລູກຊາຍຂອງລາວໃຊ້ນໍ້ານັ້ນລ້າງມືແລະຕີນຂອງພວກເຂົາ 20ກ່ອນທີ່ຈະເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ຫລືເຂົ້າໄປໃກ້ແທ່ນບູຊາສຳລັບຖວາຍບູຊາດ້ວຍໄຟແດ່ພຣະເຈົ້າຢາເວ ເພື່ອວ່າພວກເຂົາຈະບໍ່ຕາຍ. 21ພວກເຂົາຕ້ອງລ້າງມືແລະລ້າງຕີນ ເພື່ອພວກເຂົາຈະບໍ່ຕາຍ. ອັນນີ້ແມ່ນກົດເກນ ຊຶ່ງພວກເຂົາແລະເຊື້ອສາຍຂອງພວກເຂົາຈະຕ້ອງພາກັນຢຶດຖື ແລະຮັກສາໄວ້ສືບໆໄປ.”
ນໍ້າມັນສັກສິດ
22ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, 23“ຈົ່ງເອົາເຄື່ອງຫອມຊັ້ນດີທີ່ສຸດມາປຸງເຮັດນໍ້າຫອມເຊັ່ນ: ຢາງໄມ້ຫອມປະມານຫົກກິໂລກຼາມ ກຳຍານເປັນດິ້ວປະມານສາມກິໂລກຼາມ ໃບເຕີຍຫອມປະມານສາມກິໂລກຼາມ 24ແລະກາລະບູນປະມານຫົກກິໂລກຼາມ (ທັງໝົດນີ້ໃຫ້ສັ່ງຕາມນໍ້າໜັກ ທາງການຂອງສຳນັກນະມັດສະການ). ປະສົມກັບນໍ້າມັນໝາກກອກເທດສີ່ລິດ 25ເພື່ອເຮັດນໍ້າມັນສັກສິດປຸງແຕ່ງແບບນໍ້າຫອມ. 26ຈົ່ງໃຊ້ນໍ້າມັນສັກສິດນີ້ຫົດສົງຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາ, 27ໂຕະແລະເຄື່ອງໃຊ້ປະຈຳໂຕະ, ຫລັກຕະກຽງແລະເຄື່ອງໃຊ້ປະຈຳຫລັກຕະກຽງທັງໝົດ ແລະແທ່ນສຳລັບເຜົາເຄື່ອງຫອມ, 28ແທ່ນບູຊາສຳລັບເຜົາເຄື່ອງຖວາຍບູຊາ, ພ້ອມເຄື່ອງໃຊ້ປະຈຳແທ່ນທັງໝົດ, ຕະຫລອດທັງຂັນແລະພານຮອງຂັນດ້ວຍ. 29ຈົ່ງອຸທິດຖວາຍສິ່ງເຫຼົ່ານັ້ນດ້ວຍວິທີດັ່ງກ່າວນີ້ ແລະສິ່ງທັງໝົດກໍຈະສັກສິດທີ່ສຸດ ແລະຖ້າຜູ້ໃດຫລືສິ່ງໃດແຕະຕ້ອງຖືກສິ່ງເຫຼົ່ານີ້ ຜູ້ນັ້ນຫລືສິ່ງນັ້ນກໍຈະຖືກສຳພັດກັບຣິດອຳນາດແຫ່ງຄວາມສັກສິດ. 30ແລ້ວຈົ່ງໃຊ້ນໍ້າມັນສັກສິດຫົດສົງອາໂຣນພ້ອມກັບພວກລູກຊາຍຂອງລາວ ແລະສະຖາປະນາພວກເຂົາໃຫ້ເປັນຜູ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. 31ຈົ່ງບອກປະຊາຊົນວ່າ, ‘ອັນນີ້ ແມ່ນນໍ້າມັນສັກສິດຂອງເຮົາ ທີ່ຈະຕ້ອງໃຊ້ຫົດສົງຕະຫລອດໄປ. 32ຢ່າໃຊ້ນໍ້າມັນນີ້ຫົດສົງຄົນທຳມະດາ ແລະຢ່າໃຊ້ສູດນີ້ເພື່ອປະສົມນໍ້າມັນຊະນິດອື່ນໆອີກ. ນໍ້າມັນນີ້ເປັນນໍ້າມັນສັກສິດ. ສະນັ້ນ ເຈົ້າຈົ່ງຮັກສາໄວ້ໃຫ້ສັກສິດ. 33ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
ເຄື່ອງຫອມ
34ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເອົາເຄື່ອງຫອມແນວລະຊະນິດ ຈຳນວນເທົ່າກັນມາຄື: ພືດພັນຊະນິດຫອມ, ຊາມົດ, ມະຫາຫິງ ແລະກຳຍານບໍຣິສຸດ. 35ຈົ່ງໃຊ້ສິ່ງເຫຼົ່ານີ້ປຸງເປັນເຄື່ອງຫອມ ແລະປະສົມກັນເໝືອນດັ່ງປຸງນໍ້າຫອມ. ຈົ່ງຕື່ມເກືອໃສ່ເພື່ອຮັກສາໃຫ້ເຄື່ອງຫອມນັ້ນບໍຣິສຸດແລະສັກສິດ. 36ຈົ່ງເອົາສ່ວນໜຶ່ງມາຕຳໃຫ້ໝຸ່ນລະອຽດ ແລ້ວນຳໄປທີ່ຫໍເຕັນບ່ອນຊຸມນຸມ ແລະໂຮຍໃສ່ຕໍ່ໜ້າຫີບພັນທະສັນຍາ. ຈົ່ງຮັກສາເຄື່ອງຫອມນີ້ໄວ້ໃຫ້ສັກສິດທີ່ສຸດ. 37ຢ່າໃຊ້ສູດດຽວກັນນີ້ເພື່ອປຸງເຄື່ອງຫອມສຳລັບພວກເຈົ້າເອງ. ຈົ່ງໃຫ້ຖືວ່າເປັນສິ່ງບໍຣິສຸດທີ່ອຸທິດຖວາຍແກ່ພຣະເຈົ້າຢາເວ. 38ຖ້າໃຜເຮັດເຄື່ອງຫອມເຊັ່ນນີ້ ຫລືໃຊ້ສຳລັບຜູ້ໜຶ່ງຜູ້ໃດທີ່ບໍ່ແມ່ນປະໂຣຫິດແລ້ວ ຜູ້ນັ້ນກໍຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
Currently Selected:
ອົບພະຍົບ 30: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: