ອົບພະຍົບ 3
3
ພຣະເຈົ້າເອີ້ນເອົາໂມເຊ
1ມື້ໜຶ່ງ ໃນຂະນະທີ່ໂມເຊກຳລັງລ້ຽງຝູງແກະ ແລະຝູງແບ້ຂອງເຢທະໂຣ ພໍ່ເຖົ້າຂອງຕົນຜູ້ທີ່ເປັນປະໂຣຫິດຂອງຊາວມີດີອານ ລາວໄດ້ຕ້ອນຝູງສັດເລີຍຂ້າມຖິ່ນແຫ້ງແລ້ງກັນດານໄປທີ່ຊີນາຍພູເຂົາຂອງພຣະເຈົ້າ. 2ໃນທີ່ນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ປາກົດເປັນແປວໄຟ ໃຫ້ໂມເຊເຫັນຢູ່ໃນກາງພຸ່ມໄມ້ຂຽວແຫ່ງໜຶ່ງ. ໂມເຊຈ້ອງຕາເບິ່ງໄຟແຕ່ບໍ່ເຫັນພຸ່ມໄມ້ໄໝ້. 3ໂມເຊຄິດໃນໃຈວ່າ, “ບະ! ປະຫລາດແທ້ໆ ເປັນຫຍັງພຸ່ມໄມ້ຈຶ່ງບໍ່ໄໝ້. ເຮົາຈະລອງເຂົ້າໄປໃກ້ໆເບິ່ງດູ.”
4ເມື່ອພຣະເຈົ້າຢາເວເຫັນໂມເຊຍ່າງເຂົ້າມາໃກ້, ພຣະອົງຈຶ່ງກ່າວອອກມາຈາກພຸ່ມໄມ້ນັ້ນວ່າ, “ໂມເຊ ໂມເຊເອີຍ.”
ໂມເຊຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.” 5ພຣະເຈົ້າບອກວ່າ, “ຢ່າຫຍັບເຂົ້າມາໃກ້ອີກເປັນເດັດຂາດ. ຈົ່ງຖອດເກີບອອກສາ ເພາະວ່າເຈົ້າກຳລັງຢືນຢູ່ທີ່ບ່ອນສັກສິດ. 6ເຮົາເປັນພຣະເຈົ້າຂອງພໍ່ເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ເປັນພຣະເຈົ້າຂອງອີຊາກ ແລະເປັນພຣະເຈົ້າຂອງຢາໂຄບ.” ສະນັ້ນ ໂມເຊຈຶ່ງເອົາມືອັດໜ້າຂອງຕົນໄວ້ ເພາະບໍ່ກ້າເບິ່ງພຣະເຈົ້າ.
7ແລ້ວພຣະເຈົ້າຢາເວກໍກ່າວຕໍ່ໄປອີກວ່າ, “ເຮົາໄດ້ເຫັນປະຊາຊົນຂອງເຮົາ ຖືກກົດຂີ່ຢ່າງໃດແລ້ວຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍກູ້ພວກເຂົາຈາກບັນດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ. 8ສະນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການທາລຸນຂອງຊາວເອຢິບ; ເພື່ອນຳພາພວກເຂົາໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີບ່ອນທີ່ຊາວການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະຊາວເຢບຸດອາໄສຢູ່ໃນເວລານີ້. 9ເຮົາໄດ້ຍິນສຽງຮ້ອງໄຫ້ຄໍ່າຄວນໃຫ້ຊ່ວຍເຫລືອຂອງປະຊາຊົນເຮົາຄັກແນ່ແລ້ວ ແລະເຮົາໄດ້ເຫັນຊາວເອຢິບກົດຂີ່ພວກເຂົາຢ່າງໃດ. 10ບັດນີ້ ເຮົາຈະໃຊ້ເຈົ້າໄປຫາກະສັດຟາໂຣແຫ່ງເອຢິບ ເພື່ອນຳພາປະຊາຊົນຂອງເຮົາອອກໄປຈາກປະເທດນັ້ນ.”
11ແຕ່ໂມເຊໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂ້ານ້ອຍເປັນມະນຸດສາມັນທຳມະດາ ຈະໄປຫາກະສັດຟາໂຣໄດ້ບໍ? ຂ້ານ້ອຍຈະນຳພາຊາວອິດສະຣາເອນ ອອກໄປຈາກປະເທດເອຢິບໄດ້ຢ່າງໃດ?”
12ພຣະເຈົ້າໄດ້ກ່າວວ່າ, “ເຮົາຈະຢູ່ກັບເຈົ້າ. ໝາຍສຳຄັນດັ່ງຕໍ່ໄປນີ້ຈະສຳແດງໃຫ້ເຈົ້າຮູ້ວ່າ ເຮົາເປັນຜູ້ໃຊ້ເຈົ້າໄປຄື: ເມື່ອເຈົ້ານຳພາປະຊາຊົນຂອງເຮົາອອກໄປຈາກປະເທດເອຢິບແລ້ວ ພວກເຈົ້າຈະໄດ້ນະມັດສະການເຮົາຢູ່ທີ່ເທິງພູເຂົານີ້.”
13ແຕ່ໂມເຊຖາມພຣະເຈົ້າຄືນວ່າ, “ເມື່ອຂ້ານ້ອຍໄປຫາຊາວອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ໄດ້ສົ່ງຂ້ອຍມາຫາພວກເຈົ້າ,’ ພວກເຂົາກໍຈະຖາມຂ້ານ້ອຍວ່າ, ‘ພຣະເຈົ້າອົງທີ່ໃຊ້ເຈົ້າມານັ້ນຊື່ຫຍັງ?’ ແລ້ວຂ້ານ້ອຍຈະຕອບພວກເຂົາວ່າຢ່າງໃດ?”
14ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ, “ເຮົາເປັນຜູ້ເຮົາເປັນ ເຈົ້າຈົ່ງບອກຊາວອິດສະຣາເອນດັ່ງນີ້: ‘ຜູ້ທີ່ເອີ້ນຊື່ວ່າ ເຮົາເປັນ’ ສົ່ງຂ້ອຍມາຫາພວກເຈົ້າ.” 15ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ. 16ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ. 17ເຮົາຕັດສິນໃຈແລ້ວວ່າ ຈະນຳພວກເຈົ້າອອກໄປຈາກປະເທດເອຢິບ ບ່ອນທີ່ພວກເຈົ້າທົນທຸກຢູ່ນີ້ ແລະເຮົາຈະນຳພາພວກເຈົ້າເຂົ້າໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີຄື: ດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.’
18ປະຊາຊົນຂອງເຮົາຈະເຊື່ອຟັງສິ່ງທີ່ເຈົ້າກ່າວແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນຳຂອງຊາດອິດສະຣາເອນຈົ່ງໄປຫາກະສັດຟາໂຣແຫ່ງເອຢິບ ແລະບອກລາວວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ຂໍທ່ານອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນໄລຍະສາມວັນສູ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍເຖີດ.’ 19ເຮົາຮູ້ແລ້ວວ່າ ກະສັດຟາໂຣແຫ່ງເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ລາວຈະຖືກບີບບັງຄັບເທົ່ານັ້ນ. 20ແຕ່ເຮົາຈະໃຊ້ຣິດອຳນາດຂອງເຮົາລົງໂທດປະເທດເອຢິບ ໂດຍເຮັດການອັດສະຈັນທັງໝົດຂອງເຮົາອັນໜ້າຢ້ານກົວຢູ່ທີ່ນັ້ນ. ແລ້ວລາວກໍຈະປ່ອຍໃຫ້ພວກເຈົ້າໄປ.
21ເຮົາຈະເຮັດໃຫ້ຊາວເອຢິບຢຳເກງປະຊາຊົນຂອງເຮົາ ເພື່ອວ່າເມື່ອພວກເຂົາອອກໄປນັ້ນ ພວກເຂົາຈະບໍ່ໄດ້ໜີໄປໂດຍມືເປົ່າ. 22ໃຫ້ຜູ້ຍິງຊາວອິດສະຣາເອນແຕ່ລະຄົນໄປຂໍເຄື່ອງເງິນ, ເຄື່ອງຄຳ ແລະຂໍເສື້ອຜ້າຈາກຜູ້ຍິງຊາວເອຢິບທີ່ຢູ່ບ້ານດຽວກັນ ແລະຈາກບ້ານໃກ້ເຮືອນຄຽງຂອງຕົນ. ຊາວອິດສະຣາເອນຈະເອົາສິ່ງຂອງເຫຼົ່ານີ້ ມາຕົບແຕ່ງໃຫ້ພວກລູກຊາຍຍິງຂອງຕົນ ແລະພວກເຂົາກໍຈະຂົນເອົາຊັບສົມບັດຂອງຊາວເອຢິບໄປນຳ.”
Currently Selected:
ອົບພະຍົບ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: