ອົບພະຍົບ 26
26
ຫໍເຕັນສັກສິດ
(ອພຍ 36:8-38)
1“ສຳລັບຂ້າງໃນຂອງຫໍເຕັນສັກສິດບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນຕໍ່າໃສ່ກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ. ຈົ່ງແສ່ວເຄຣຸບໃສ່ຜ້າເຫຼົ່ານັ້ນ. 2ຜ້າແຕ່ລະຜືນນັ້ນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສອງແມັດແລະກວ້າງສອງແມັດ. 3ຈົ່ງຫຍິບຜ້າຫ້າຜືນໃຫ້ຕໍ່ກັນເປັນຜືນດຽວ ແລະອີກຫ້າຜືນນັ້ນກໍໃຫ້ຫຍິບເປັນຜືນດຽວຄືກັນ. 4ຈົ່ງເຮັດຫູຜ້າກັ້ງດ້ວຍຜ້າສີຟ້າ ຕາມແຂບຜ້າກັ້ງຊັ້ນນອກແຕ່ລະຜືນ. 5ຈົ່ງເຮັດຫູຫ້າສິບອັນ ໃສ່ຜ້າຜືນທີໜຶ່ງຂອງຜ້າກັ້ງຊຸດທຳອິດ ແລະອີກຫ້າສິບຫູ ໃສ່ຜ້າຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ. 6ຈົ່ງເຮັດຂໍຄຳຫ້າສິບອັນ ສຳລັບເກາະຜ້າກັ້ງໃຫ້ເປັນຫໍເຕັນສັກສິດດຽວກັນ.
7ຈົ່ງເຮັດຜ້າປົກຄຸມຫໍເຕັນສັກສິດສິບເອັດຜືນດ້ວຍຂົນແບ້. 8ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສາມແມັດ ແລະກວ້າງສອງແມັດ. 9ໃຫ້ຫຍິບຜ້າກັ້ງຫ້າຜືນຕໍ່ກັນເປັນຜ້າປົກໜຶ່ງຊຸດ ແລະຫຍິບຫົກຜືນເປັນອີກຊຸດໜຶ່ງ. ສ່ວນຜືນທີຫົກນັ້ນໃຫ້ຢ່ອນລົງມາທາງໜ້າເຕັນ. 10ແລ້ວຈົ່ງເຮັດຫູຫ້າສິບອັນໃສ່ຜ້າຜືນສຸດທ້າຍຂອງຜ້າປົກຊຸດທຳອິດ ແລະອີກຫ້າສິບອັນໃສ່ແຂບເທິງຂອງຜ້າປົກຊຸດທີສອງ. 11ຈົ່ງເຮັດຂໍທອງສຳຣິດຫ້າສິບອັນ ສຳລັບໃຊ້ເກາະຜ້າປົກທັງສອງຊຸດນັ້ນ ໃຫ້ຕິດເຂົ້າກັນເປັນຜ້າປົກຄຸມຜືນໜຶ່ງເທົ່ານັ້ນ. 12ແລ້ວຈົ່ງຫ້ອຍຜ້າເຄິ່ງຜືນທີ່ເຫຼືອນັ້ນທາງຂ້າງຫລັງຂອງຫໍເຕັນສັກສິດ. 13ສ່ວນທີ່ເຫຼືອອັນລະເຄິ່ງແມັດຂອງແຕ່ລະຂ້າງນັ້ນ ຈົ່ງຫ້ອຍຢ່ອນລົງມາປົກຄຸມຂ້າງຂອງຫໍເຕັນສັກສິດ.
14ຈົ່ງເຮັດສິ່ງປົກຄຸມອີກສອງຜືນ ຜ້າຜືນທຳອິດໃຫ້ເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະຜ້າຜືນອື່ນໃຫ້ເຮັດດ້ວຍໜັງສັດທີ່ລະອຽດດີເພື່ອໃຊ້ປົກຄຸມຊັ້ນນອກ.
15ຈົ່ງເຮັດຮ່າງຂອບກາງຫໍເຕັນສັກສິດດ້ວຍໄມ້ກະຖິນເທດ ໂດຍຕັ້ງໃຫ້ທ່ຽງ. 16ແຕ່ລະຮ່າງນັ້ນໃຫ້ຍາວ 4 ແມັດ ແລະກວ້າງ 66 ເຊັນ. 17ແລ້ວໃຊ້ໄມ້ຄານສອງອັນຈັບຂອບເຂົ້າກັນໃຫ້ແໜ້ນ. ຮ່າງຂອບຜ້າກັ້ງຂອງຫໍເຕັນສັກສິດນັ້ນຕ້ອງມີຄານຈັບທຸກໆອັນ. 18ຈົ່ງເຮັດຮ່າງຂອບໄມ້ຂອງຫໍເຕັນສັກສິດ 20 ຮ່າງ ທາງດ້ານໃຕ້ 19ແລະເຮັດຕີນຮອງດ້ວຍເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ໜຶ່ງຮ່າງຊຶ່ງຈັ້ງດ້ວຍຄານສອງອັນ. 20ຈົ່ງເຮັດຮ່າງຂອບໄມ້ 20 ຮ່າງ ທາງດ້ານເໜືອຂອງຫໍເຕັນສັກສິດ, 21ແລະຕີນຮອງເປັນເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນ ຕໍ່ຮ່າງຂອບໄມ້ເຕັນໜຶ່ງຮ່າງ. 22ສຳລັບດ້ານຫລັງຂອງຫໍເຕັນສັກສິດນັ້ນ ຄືດ້ານຕາເວັນຕົກ ຈົ່ງເຮັດຮ່າງຂອບໄມ້ຫໍເຕັນຫົກຮ່າງ 23ແລະຮ່າງຂອບໄມ້ສອງຮ່າງສຳລັບແຈຂອງຫໍເຕັນສັກສິດ. 24ສ່ວນແຈຂອງຮ່າງຂອບໄມ້ ຈົ່ງຕໍ່ເຂົ້າກັນທາງຂ້າງລຸ່ມ ແລະເລີຍໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ຈົ່ງເຮັດດັ່ງທີ່ກ່າວມານີ້. 25ດັ່ງນັ້ນ ເມື່ອລວມກັນແລ້ວກໍຈະມີຮ່າງຂອບໄມ້ຫໍເຕັນແປດຮ່າງ ແລະມີຕີນຮອງທີ່ເຮັດດ້ວຍເງິນ 16 ຕີນ ຄືແຕ່ລະຮ່າງຂອບໄມ້ມີຕີນຮອງສອງຕີນ.
26ຈົ່ງເຮັດຂາງດ້ວຍໄມ້ກະຖິນເທດ 15 ອັນ. ໄມ້ຂາງຫ້າອັນໃຊ້ສຳລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ. 27ໄມ້ຂາງອີກຫ້າອັນໃຊ້ສຳລັບຈັ້ງຮ່າງຂອບໄມ້ຫໍເຕັນສັກສິດອີກດ້ານໜຶ່ງ ແລະອີກຫ້າອັນເພື່ອໃຊ້ຈັ້ງຮ່າງຂອບໄມ້ຫໍເຕັນສັກສິດທາງດ້ານຫລັງ ຄືດ້ານຕາເວັນຕົກ. 28ສ່ວນຂາງໂຕກາງທີ່ໃຊ້ຈັ້ງຮ່າງຂອບໄມ້ເຄິ່ງໜຶ່ງຂຶ້ນໄປ ຈົ່ງໃຫ້ຢຽດຈາກສົ້ນໜຶ່ງຂອງຫໍເຕັນຫາອີກສົ້ນໜຶ່ງ. 29ຈົ່ງໂອບຮ່າງຂອບໄມ້ນັ້ນດ້ວຍຄຳ ແລະເຮັດຫູຂອງຮ່າງຂອບນັ້ນດ້ວຍຄຳຄືກັນ ເພື່ອຈັບຂາງໃຫ້ແໜ້ນເຂົ້າກັນ ສ່ວນຂາງນັ້ນກໍຈົ່ງໂອບດ້ວຍຄຳຄືກັນ. 30ຈົ່ງຕັ້ງຫໍເຕັນສັກສິດຂຶ້ນຕາມແບບ ຊຶ່ງເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູເຂົານັ້ນ.
31ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍດ້າຍເປັນສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອລະອຽດດີ. ຈົ່ງແສ່ວຮູບເຄຣຸບໃສ່ຜ້າຜືນນັ້ນ. 32ຈົ່ງແຂວນຜ້າກັ້ງຜືນນັ້ນໄວ້ ໂດຍໃຊ້ຂໍເກາະໃສ່ກັບເສົາໄມ້ກະຖິນເທດສີ່ເສົາ ຊຶ່ງໂອບດ້ວຍຄຳ ແລະຕັ້ງໃສ່ຕີນຮອງເສົາເປັນເງິນສີ່ຕີນ. 33ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ. 34ຈົ່ງເອົາຝາອັດຫີບພັນທະສັນຍາໄວ້. 35ຢູ່ທາງຂ້າງນອກຂອງບ່ອນສັກສິດທີ່ສຸດນັ້ນ ຈົ່ງຕັ້ງໂຕະໃສ່ທາງດ້ານເໜືອຂອງຫໍເຕັນສັກສິດ ແລະຕັ້ງຫລັກຕະກຽງໃສ່ທາງດ້ານໃຕ້.
36ສຳລັບທາງເຂົ້າຫໍເຕັນນັ້ນ ຈົ່ງເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງໂດຍຜ້າຫຍິບແສ່ວດ້ວຍ. 37ສຳລັບຜ້າກັ້ງນັ້ນ ຈົ່ງເຮັດເສົາດ້ວຍໄມ້ກະຖິນເທດຫ້າເສົາໂອບດ້ວຍຄຳ ແລະມີຂໍຄຳເກາະຜ້າກັ້ງໄວ້; ຈົ່ງຫລໍ່ຕີນຮອງເສົາເປັນທອງສຳຣິດຫ້າຕີນສຳລັບຕັ້ງເສົາ.”
Currently Selected:
ອົບພະຍົບ 26: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: