ອົບພະຍົບ 2:11-12
ອົບພະຍົບ 2:11-12 ພຄພ
ຢູ່ມາວັນໜຶ່ງ ເມື່ອໂມເຊໃຫຍ່ແລ້ວ ລາວກໍໄດ້ອອກໄປຢ້ຽມຢາມຄົນທີ່ເປັນຊົນຊາດດຽວກັນຄື ຊາວເຮັບເຣີ ແລະລາວໄດ້ເຫັນພວກເຂົາຖືກບັງຄັບໃຫ້ເຮັດວຽກໜັກຫລາຍ. ລາວຍັງໄດ້ເຫັນຄົນເອຢິບຜູ້ໜຶ່ງຕົບຕີຄົນເຮັບເຣີຜູ້ໜຶ່ງ ທີ່ເປັນຊົນຊາດດຽວກັນກັບຕົນ. ໂມເຊຫລຽວໜ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດໃນທີ່ນັ້ນ ລາວຈຶ່ງຂ້າຄົນເອຢິບຜູ້ນັ້ນເສຍ ແລະຝັງສົບເຊື່ອງໄວ້ໃນດິນຊາຍ.