ອົບພະຍົບ 2:1-10
ອົບພະຍົບ 2:1-10 ພຄພ
ຍັງມີຊາຍຈາກເຜົ່າເລວີຄົນໜຶ່ງ ທີ່ໄດ້ແຕ່ງງານກັບຍິງສາວຢູ່ໃນເຜົ່າດຽວກັນ ແລະນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ລາວ. ເມື່ອນາງເຫັນລູກທີ່ເກີດມານັ້ນມີຮູບຮ່າງງາມ ນາງຈຶ່ງໄດ້ເຊື່ອງລູກໄວ້ເຖິງສາມເດືອນ. ແຕ່ເມື່ອນາງເຊື່ອງລູກຊາຍນັ້ນໄວ້ບໍ່ໄດ້ອີກຕໍ່ໄປ. ສະນັ້ນ ນາງຈຶ່ງເອົາໄມ້ອໍ້ມາເຮັດເປັນອູ່ ແລະທາດ້ວຍຢາງໄມ້ເພື່ອໃຫ້ມັນຟູ. ນາງເອົາລູກວາງນອນລົງໃນອູ່ນັ້ນ ແລ້ວນາງກໍໄດ້ນຳອູ່ນັ້ນໄປປະໄວ້ທີ່ແຄມແມ່ນໍ້ານິນ ບ່ອນທີ່ມີກໍຫຍ້າອໍ້ແຄມຕາຝັ່ງ. ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນກໍຢືນຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ. ຕໍ່ມາ ລູກສາວຂອງກະສັດຟາໂຣໄດ້ລົງມາອາບນໍ້າ ສ່ວນພວກສາວຮັບໃຊ້ກໍພາກັນຍ່າງເລາະຫລີ້ນຢູ່ຕາມແຄມຝັ່ງ ເມື່ອກຳລັງອາບນໍ້າຢູ່ນັ້ນ ນາງເລີຍຫລຽວເຫັນອູ່ຢູ່ກາງກໍຫຍ້າ ນາງຈຶ່ງບອກສາວຮັບໃຊ້ໄປເອົາມາເບິ່ງ. ເມື່ອເປີດເບິ່ງໃນອູ່ ນາງກໍເຫັນເດັກນ້ອຍຜູ້ຊາຍນອນຮ້ອງໄຫ້ຢູ່. ນາງເກີດສົງສານເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງຊາວເຮັບເຣີ.” ສ່ວນເອື້ອຍຂອງລາວກໍຟ້າວມາຖາມລູກສາວຂອງກະສັດຟາໂຣວ່າ, “ຢາກໃຫ້ຂ້ານ້ອຍໄປຫາຍິງຊາວເຮັບເຣີ ມາລ້ຽງເດັກນ້ອຍໃຫ້ຫລືບໍ່?” ນາງຕອບວ່າ, “ຈົ່ງໄປຫາໃຫ້ແດ່.” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ຂອງເດັກນ້ອຍມາ. ລູກສາວກະສັດຟາໂຣສັ່ງຍິງນັ້ນວ່າ, “ຈົ່ງເອົາເດັກນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລະຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ.” ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ໄປລ້ຽງໄວ້. ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍນັ້ນມາ ແລະມອບໃຫ້ລູກສາວຂອງກະສັດຟາໂຣ. ນາງໄດ້ຮັບລ້ຽງເດັກຊາຍຜູ້ນີ້ໄວ້ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ມາຈາກນໍ້າ. ສະນັ້ນ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວວ່າ ໂມເຊ.”