YouVersion Logo
Search Icon

ອົບພະຍົບ 11:5-6

ອົບພະຍົບ 11:5-6 ພຄພ

ແລະ​ລູກຊາຍກົກ​ໃນ​ປະເທດ​ເອຢິບ​ທັງໝົດ​ຈະ​ຕາຍ​ຄື: ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບຕໍ່​ຄອງ​ຣາຊບັນລັງ ຕະຫລອດ​ເຖິງ​ລູກຊາຍກົກ​ຂອງ​ຄົນ​ຮັບໃຊ້​ຍິງ​ໂມ້​ແປ້ງ. ສັດ​ໂຕເຖິກ​ຫົວປີ​ກໍ​ຈະ​ຕາຍ​ໝົດ​ຄືກັນ. ສຽງ​ຮ້ອງໄຫ້​ຈະ​ດັງ​ກ້ອງສະໜັ່ນ​ທົ່ວ​ປະເທດ​ເອຢິບ ຢ່າງ​ບໍ່ເຄີຍ​ມີ​ມາ​ກ່ອນ​ຫລື​ຈະ​ບໍ່ມີ​ອີກ​ຈັກເທື່ອ.