YouVersion Logo
Search Icon

ອົບພະຍົບ 1

1
ຊາວ​ອິດສະຣາເອນ​ຕົກ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ
1ຕໍ່ໄປນີ້​ແມ່ນ​ລາຍຊື່​ພວກ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ອົບພະຍົບ​ພ້ອມ​ເພິ່ນ​ໄປ​ຢູ່​ໃນ​ປະເທດ​ເອຢິບ ມີ​ດັ່ງນີ້: 2ຣູເບັນ, ຊີເມໂອນ, ເລວີ, ຢູດາ, 3ອິດຊາຄາ, ເຊບູໂລນ, ເບັນຢາມິນ, 4ດານ, ເນັບທາລີ, ກາດ ແລະ​ອາເຊ ແຕ່ລະຄົນ​ເອົາ​ລູກ​ເມຍ​ຂອງຕົນ​ໄປ​ນຳ​ດ້ວຍ. 5ພວກ​ລູກຫລານ​ທີ່​ໄປ​ກັບ​ຢາໂຄບ​ມີ​ທັງໝົດ 70 ຄົນ. ສ່ວນ​ລູກຊາຍ​ອີກ​ຜູ້ໜຶ່ງ​ຂອງ​ເພິ່ນ​ນັ້ນ​ແມ່ນ​ໂຢເຊັບ ຜູ້​ທີ່​ໄດ້​ໄປ​ຢູ່​ໃນ​ປະເທດ​ເອຢິບ​ກ່ອນ​ແລ້ວ. 6ຫຼັງຈາກ​ນັ້ນ ໂຢເຊັບ​ກັບ​ພວກ​ອ້າຍ​ນ້ອງ ແລະ​ບັນດາ​ຄົນ​ໃນ​ລຸ້ນ​ດຽວກັນ​ກໍໄດ້​ຕາຍໄປ 7ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.
8ຕໍ່ມາ ໄດ້​ມີ​ກະສັດ​ຟາໂຣ​ຄົນ​ໃໝ່​ຂຶ້ນ​ປົກຄອງ​ປະເທດ​ເອຢິບ. ກະສັດ​ຟາໂຣ​ຜູ້​ນີ້​ບໍ່​ຮູ້​ເລື່ອງ​ຫຍັງ​ກ່ຽວກັບ​ໂຢເຊັບ​ເລີຍ. 9ເພິ່ນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ຂອງຕົນ​ວ່າ, “ເບິ່ງດູ ຄົນ​ອິດສະຣາເອນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ມີ​ກຳລັງ​ພົນ​ເຂັ້ມແຂງ ຊຶ່ງ​ພວກເຂົາ​ຈະ​ຂົ່ມຂູ່​ພວກເຮົາ. 10ໃນ​ກໍລະນີ​ເກີດ​ເສິກ​ຂຶ້ນ ພວກເຂົາ​ອາດ​ເຂົ້າ​ຂ້າງ​ຂອງ​ສັດຕູ ແລະ​ຫັນ​ມາ​ຕໍ່ສູ້​ພວກເຮົາ ແລະ​ອອກ​ໄປ​ຈາກ ປະເທດ. ບັດນີ້ ພວກເຮົາ​ຕ້ອງ​ຫາ​ວິທີ​ກຳຈັດ​ຄົນ​ພວກ​ນີ້​ບໍ່​ໃຫ້​ຫລາຍ​ຂຶ້ນ.” 11ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ. 12ເຖິງ​ແມ່ນ​ວ່າ ຊາວ​ເອຢິບ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ໜັກ​ປານໃດ​ກໍຕາມ ຈຳນວນ​ຊາວ​ອິດສະຣາເອນ​ກໍ​ຍິ່ງ​ເພີ່ມ​ທະວີຄູນ​ຍິ່ງ​ຂຶ້ນ ແລະ​ແຜ່ຜາຍ​ໄປ​ທົ່ວ​ປະເທດ ຈົນ​ຊາວ​ເອຢິບ​ມີ​ຄວາມ​ຫວັ່ນເກງ​ຊາວ​ອິດສະຣາເອນ. 13ຊາວ​ເອຢິບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ອິດສະຣາເອນ​ຂົມຂື່ນ ໂດຍ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ໜັກ​ຢ່າງ​ຂ້າທາດ 14ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.
15ຕໍ່ມາ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໄດ້​ສັ່ງ​ຊີຟາຣາ ແລະ​ປູອາ ນາງ​ໝໍ​ຕຳແຍ​ຊາວ​ເຮັບເຣີ​ສອງ​ຄົນ​ວ່າ, 16“ເມື່ອ​ພວກເຈົ້າ​ໄປ​ຊ່ວຍ​ເອົາ​ລູກ​ອອກ​ໃຫ້​ຍິງ​ຊາວ​ເຮັບເຣີ ຖ້າ​ເດັກນ້ອຍ​ເປັນ​ຜູ້ຊາຍ​ໃຫ້​ຂ້າ​ຖິ້ມ, ແຕ່​ຖ້າ​ເດັກນ້ອຍ​ເປັນ​ຜູ້ຍິງ​ໃຫ້​ປະ​ໄວ້.” 17ແຕ່​ນາງ​ໝໍ​ຕຳແຍ​ທັງສອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ. ພວກ​ນາງ​ບໍ່ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ຟາໂຣ ແລະ​ປ່ອຍ​ເດັກນ້ອຍ​ຜູ້ຊາຍ​ໃຫ້​ມີ​ຊີວິດ​ຢູ່. 18ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ກະສັດ​ຟາໂຣ​ຈຶ່ງ​ໄດ້​ເອີ້ນ​ນາງ​ໝໍ​ຕຳແຍ​ທັງສອງ​ມາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ຄຳສັ່ງ? ເປັນຫຍັງ​ພວກເຈົ້າ​ປ່ອຍ​ໃຫ້​ເດັກນ້ອຍ​ຜູ້ຊາຍ​ມີ​ຊີວິດ​ຢູ່?”
19ພວກ​ນາງ​ຈຶ່ງ​ຕອບ​ວ່າ, “ຍິງ​ຊາວ​ເຮັບເຣີ​ຕ່າງ​ກັບ​ຍິງ​ຊາວ​ເອຢິບ. ພວກເຂົາ​ອອກລູກ​ງ່າຍ​ຫລາຍ. ກ່ອນ​ທີ່​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກ​ຂ້ານ້ອຍ​ຈະ​ໄປ​ເຖິງ​ນັ້ນ ພວກເຂົາ​ກໍໄດ້​ອອກລູກ​ກ່ອນ​ແລ້ວ.” 20ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ມີ​ຈຳນວນ​ຄົນ​ທະວີຄູນ​ຂຶ້ນ​ເລື້ອຍໆ ທັງ​ມີ​ກຳລັງ​ເຂັ້ມແຂງ​ຫລາຍ. 21ເພາະ​ນາງ​ໝໍ​ຕຳແຍ​ທັງສອງ​ຢຳເກງ​ພຣະເຈົ້າ. ພຣະເຈົ້າ​ຈຶ່ງ​ດີ​ຕໍ່​ພວກ​ນາງ ໂດຍ​ໄດ້​ໃຫ້​ພວກ​ນາງ​ມີ​ລູກ​ຫລາຍ​ຄົນ. 22ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in