ດານີເອນ 4
4
ເນບູກາດເນັດຊາຝັນເທື່ອທີສອງ
1ກະສັດເນບູກາດເນັດຊາໄດ້ສົ່ງເອກະສານໄປເຖິງປະຊາຊົນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາທົ່ວໂລກ ໂດຍມີເນື້ອຄວາມດັ່ງຕໍ່ໄປນີ້:
“ຂໍອວຍພອນບັນດາທ່ານ ຈົ່ງປະສົບແຕ່ສັນຕິສຸກ
ເປັນສັນຕິສຸກເຕັມລົ້ນແລະຄົບຖ້ວນ
2ຈົ່ງຟັງເລື່ອງປະຫລາດອັດສະຈັນໃຈສຳລັບເຮົາ
ທີ່ພຣະເຈົ້າອົງສູງສຸດໄດ້ໂຜດສຳແດງໃຫ້ເຮົາຮູ້.
3ພຣະເຈົ້າໄດ້ສຳແດງໃຫ້ພວກເຮົາຮູ້ເຫັນ
ສິ່ງທີ່ຍິ່ງໃຫຍ່ແລະປະຫລາດທີ່ສຸດ
ການອັດສະຈັນທີ່ພຣະອົງໄດ້ກະທຳນັ້ນໃຫຍ່ຍິ່ງ
ພຣະອົງຈະເປັນກະສັດປົກຄອງຕະຫລອດໄປ.
4ເຮົາຢູ່ຢ່າງສະຫງົບສຸກໃນວັງຂອງເຮົາ ທັງມີຄວາມສຸກດ້ວຍຊັບສົມບັດອັນຫລວງຫລາຍ. 5ແຕ່ເຮົາໄດ້ຝັນຢ່າງຕື່ນຕົກໃຈ ແລະເຫັນນິມິດອັນໜ້າຢ້ານ ໃນຂະນະທີ່ເຮົານອນຫລັບຢູ່. 6ເຮົາຈຶ່ງສັ່ງພວກທີ່ປຶກສາທັງໝົດປະຈຳກະສັດໃນນະຄອນບາບີໂລນ ໃຫ້ມາຫາເຮົາເພື່ອແກ້ຄວາມຝັນ. 7ແລ້ວພວກໝໍທັງໝົດຄື: ໝໍມໍ, ໝໍມົນ, ໝໍຜີ ແລະໝໍໂຫນ ກໍໄດ້ເຂົ້າມາພົບເຮົາ; ເຮົາໄດ້ເລົ່າຄວາມຝັນໃຫ້ພວກເຂົາຮູ້, ແຕ່ພວກເຂົາບໍ່ສາມາດແກ້ໄດ້. 8ຕໍ່ມາ ດານີເອນໄດ້ເຂົ້າມາພົບ. (ດານີເອນມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ ຕາມຊື່ພະຂອງເຮົາ.) ວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳລາວ; ສະນັ້ນ ເຮົາຈຶ່ງບອກຄວາມຝັນໃຫ້ລາວຮູ້. ເຮົາໄດ້ກ່າວຕໍ່ລາວວ່າ: 9ເບັນເຕຊັດຊາເຣ ຫົວໜ້າພວກໝໍມໍເອີຍ ເຮົາຮູ້ວ່າວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳເຈົ້າ ແລະຮູ້ວ່າເຈົ້າເຂົ້າໃຈຄວາມເລິກລັບທັງປວງໄດ້. ນີ້ຄື ຄວາມຝັນຂອງເຮົາ. ຈົ່ງບອກເຮົາແດ່ວ່າໝາຍເຖິງຫຍັງ?
10ໃນຂະນະທີ່ເຮົາກຳລັງນອນຫລັບຢູ່ນັ້ນ ເຮົາໄດ້ເຫັນນິມິດອັນໜຶ່ງເປັນຕົ້ນໄມ້ສູງ ຕັ້ງຢູ່ໃຈກາງແຜ່ນດິນໂລກ. 11ຕົ້ນໄມ້ນີ້ໃຫຍ່ສູງຈົນຈຸທ້ອງຟ້າ ແລະທຸກຄົນທົ່ວໂລກກໍສາມາດເຫັນມັນໄດ້. 12ໃບຂອງມັນງາມ ແລະມີໝາກຢ່ອນລົງເຕັມຕົ້ນ ພໍໃຫ້ຄົນທົ່ວໂລກກິນໄດ້. ສັດປ່າທັງຫລາຍໄດ້ພັກຜ່ອນຢູ່ໃຕ້ຮົ່ມຂອງມັນ ຝູງນົກກໍເຮັດຮັງໃສ່ງ່າຂອງມັນ ແລະທຸກສິ່ງທີ່ມີຊີວິດຕ່າງກໍກິນໝາກຂອງມັນ.
13ໃນຂະນະທີ່ເຮົາກຳລັງຄິດເຖິງນິມິດຢູ່ນັ້ນ ເຮົາກໍເຫັນເທວະດາຜູ້ອາລັກຂາຕົນໜຶ່ງ ລົງມາຈາກສະຫວັນ. 14ເທວະດາຕົນນີ້ໄດ້ປະກາດດ້ວຍສຽງດັງວ່າ, ‘ຈົ່ງບັກຕົ້ນໄມ້ ແລະຮານງ່າຂອງມັນຖິ້ມ; ລິໃບຂອງມັນ ແລະເຮັດໃຫ້ໝາກຂອງມັນຟົ້ງກະຈັດກະຈາຍໄປ ຈົ່ງໄລ່ຝູງສັດປ່າໃຫ້ໜີອອກຈາກຮົ່ມຂອງມັນ ແລະຝູງນົກໃຫ້ໜີຈາກງ່າຂອງມັນ. 15ແຕ່ໃຫ້ປະຕໍຂອງມັນໄວ້ຕາມພື້ນດິນ ໂດຍໃຊ້ປອກເຫຼັກ ແລະປອກທອງສຳຣິດສຸບອ້ອມມັນໄວ້ໃນທົ່ງຫຍ້າກາງທົ່ງນາ.
ບັດນີ້ຈົ່ງປ່ອຍໃຫ້ນໍ້າໝອກຕົກລົງມາຖືກຊາຍຜູ້ນີ້ ໃຫ້ລາວກິນຫຍ້າຢູ່ທ່າມກາງສັດປ່ານັ້ນ. 16ພາຍໃນເຈັດປີລາວຈະບໍ່ມີຈິດໃຈມະນຸດເຫຼືອຢູ່, ແຕ່ຈະມີຈິດໃຈສັດ. 17ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
18ກະສັດເນບູກາດເນັດຊາໄດ້ກ່າວຕໍ່ໄປວ່າ, “ຄວາມຝັນຂອງເຮົາເປັນດັ່ງນີ້ແຫຼະ ເບັນເຕຊັດຊາເຣເອີຍ ບັດນີ້ຈົ່ງແກ້ຄວາມຝັນນີ້ໃຫ້ເຮົາແດ່. ບໍ່ມີທີ່ປຶກສາປະຈຳວັງຂອງເຮົາຄົນໃດແກ້ໄດ້, ແຕ່ເຈົ້າແກ້ໄດ້ ເພາະວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳເຈົ້າ.”
ດານີເອນແກ້ຄວາມຝັນ
19ແລ້ວດານີເອນ (ຜູ້ມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ) ກໍອຸກໃຈຈົນເວົ້າຢ່າງໃດບໍ່ໄດ້. ກະສັດໄດ້ກ່າວຕໍ່ລາວວ່າ, “ເບັນເຕຊັດຊາເຣເອີຍ ຢ່າໃຫ້ຄວາມຝັນ ແລະສິ່ງທີ່ຈະເກີດຂຶ້ນນັ້ນ ເຮັດໃຫ້ເຈົ້າຕົກໃຈເລີຍ.”
ເບັນເຕຊັດຊາເຣໄດ້ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຢາກໃຫ້ຄວາມຝັນ ແລະຄຳແກ້ຄວາມຝັນນັ້ນຕົກຖືກພວກສັດຕູຂອງທ່ານ ແທນທີ່ຈະຕົກຖືກທ່ານເອງ. 20ມີຕົ້ນໄມ້ສູງຈຸຟ້າຈົນທຸກຄົນທົ່ວໂລກເຫັນໄດ້. 21ສ່ວນໃບກໍງາມ ແລະໝາກກໍມີພຽງພໍໃຫ້ຄົນທົ່ວໂລກກິນ. ສັດປ່າທັງຫລາຍໄດ້ພັກຜ່ອນຢູ່ໃຕ້ຮົ່ມ ແລະຝູງນົກກໍເຮັດຮັງໃສ່ງ່າ.
22ຂ້າແດ່ພະຣາຊາ ຕົ້ນໄມ້ນັ້ນແມ່ນທ່ານເອງ ຄືຜູ້ທີ່ຍິ່ງໃຫຍ່ແລະເຂັ້ມແຂງ. ຄວາມຍິ່ງໃຫຍ່ຂອງທ່ານສູງຈຸຟ້າ ແລະອຳນາດຂອງທ່ານກໍແຜ່ອອກໄປທົ່ວໂລກ. 23ໃນຂະນະທີ່ພະຣາຊາກຳລັງເຝົ້າເບິ່ງຢູ່ນັ້ນ ມີເທວະດາຕົນໜຶ່ງລົງມາຈາກສະຫວັນແລະໄດ້ກ່າວວ່າ, ‘ຈົ່ງບັກກົກໄມ້ນີ້ ແລະທຳລາຍມັນຖິ້ມສາ ໃຫ້ປະແຕ່ຕໍໄວ້ຕາມພື້ນດິນ. ແລ້ວໃຫ້ເອົາປອກເຫລັກ ແລະປອກທອງສຳຣິດສຸບອ້ອມມັນໄວ້ ແລະປະໄວ້ໃນທົ່ງຫຍ້າກາງທົ່ງນາທີ່ນັ້ນ. ປ່ອຍໃຫ້ນໍ້າໝອກຕົກລົງມາຖືກຊາຍຜູ້ນີ້ ແລະປ່ອຍໃຫ້ລາວກິນຫຍ້າຢູ່ທ່າມກາງຝູງສັດ ເປັນເວລາເຈັດປີ.’
24ຂ້າແດ່ພະຣາຊາ ອັນນີ້ ແມ່ນຄວາມໝາຍຄວາມຝັນຂອງທ່ານ ແລະ ແມ່ນສິ່ງນີ້ແຫລະ ທີ່ພຣະເຈົ້າອົງສູງສຸດໄດ້ປະກາດວ່າ ຈະເກີດຂຶ້ນກັບທ່ານ. 25ທ່ານຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ. ທ່ານຈະກິນຫຍ້າເໝືອນງົວ ແລະນອນຢູ່ໃນກາງແຈ້ງ ບ່ອນທີ່ມີໝອກຕົກລົງໃສ່ທ່ານເປັນເວລາເຈັດປີ. ຈົນກວ່າທ່ານກໍຈະຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ; ແລະພຣະອົງເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ. 26ການທີ່ຝູງເທວະດາໄດ້ສັ່ງໃຫ້ປະຕໍຂອງຕົ້ນໄມ້ໄວ້ຢູ່ໃນດິນນັ້ນ ໝາຍຄວາມວ່າທ່ານຈະໄດ້ເປັນກະສັດອີກເມື່ອທ່ານຍອມຮັບວ່າ ພຣະເຈົ້າເປັນຜູ້ປົກຄອງໂລກນີ້ທັງໝົດ. 27ເພາະສະນັ້ນ ພະຣາຊາເອີຍ ຈົ່ງເຮັດຕາມຄຳແນະນຳຂອງຂ້ານ້ອຍເຖີດ. ຈົ່ງເລີກເຮັດບາບສາ ແລະເຮັດໃນສິ່ງທີ່ຖືກຕ້ອງ; ຈົ່ງເມດຕາສົງສານຄົນຍາກຈົນ. ແລ້ວທ່ານກໍຈະຈະເລີນຮຸ່ງເຮືອງສືບຕໍ່ໄປ.”
28ແລ້ວສິ່ງເຫຼົ່ານີ້ທັງໝົດກໍບັງເກີດຂຶ້ນກັບກະສັດເນບູກາດເນັດຊາ 29ຫລັງຈາກສິບສອງເດືອນຕໍ່ມາ ໃນຂະນະທີ່ເພິ່ນກຳລັງຍ່າງຢູ່ເທິງຫລັງຄາວັງທີ່ນະຄອນບາບີໂລນ 30ເພິ່ນໄດ້ກ່າວວ່າ, “ເບິ່ງດູ ນະຄອນບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດ ແລະຄວາມຍິ່ງໃຫຍ່ ກຽດຕິຍົດ ແລະສະຫງ່າຣາສີຂອງເຮົາ.”
31ກະສັດຍັງກ່າວບໍ່ທັນຂາດຄຳ ກໍມີສຽງໜຶ່ງກ່າວລົງມາຈາກສະຫວັນວ່າ, “ກະສັດເນບູກາດເນັດຊາເອີຍ ຈົ່ງຟັງຄຳທີ່ເຮົາກ່າວ ບັດນີ້ ອຳນາດແຫ່ງກະສັດຂອງເຈົ້າຖືກປົດໄປຈາກເຈົ້າແລ້ວ. 32ເຈົ້າຈະຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າເໝືອນງົວເປັນເວລາເຈັດປີ. ຈົນກວ່າເຈົ້າຈະຍອມຮັບວ່າພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກທັງຫລາຍຂອງມະນຸດ ແລະຮູ້ວ່າພຣະອົງມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”
33ພຣະທຳນີ້ໄດ້ກາຍເປັນຈິງໃນທັນທີ ເຈົ້າເນບູກາດເນັດຊາຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະກິນຫຍ້າເໝືອນງົວ. ນໍ້າໝອກຕົກຖືກຕົນຕົວເພິ່ນ, ຂົນເພິ່ນຍາວເໝືອນຂົນນົກອິນຊີ ແລະເລັບເພິ່ນກໍຍາວເໝືອນເລັບນົກ.
ເນບູກາດເນັດຊາສັນລະເສີນພຣະເຈົ້າ
34ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ.
ພຣະເຈົ້າຈະປົກຄອງຕະຫລອດໄປ
ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.
35ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດ
ຕ່າງກໍບໍ່ມີຄຸນຄ່າບໍ່ມີຫຍັງທັງນັ້ນ;
ມະນຸດໃນໂລກ ແລະເທວະດາເທິງສະຫວັນ
ກໍຢູ່ໃຕ້ການປົກຄອງຂອງພຣະອົງທັງນັ້ນ.
ບໍ່ມີຜູ້ໃດສາມາດຂັດຂວາງພຣະປະສົງ
ຫລືສອບຖາມເຖິງສິ່ງທີ່ພຣະອົງຊົງກະທຳ.
36ເມື່ອຈິດໃຈເຮົາເປັນປົກກະຕິແລ້ວ ກຽດຕິຍົດແລະສະຫງ່າຣາສີຂອງເຮົາ ທັງຄວາມຍິ່ງໃຫຍ່ຂອງອານາຈັກຂອງເຮົາກໍໄດ້ຖືກມອບຄືນໃຫ້ເຮົາ. ບັນດາຂ້າຣາຊການ ແລະພວກເຈົ້ານາຍຂອງເຮົາຖືກມອບຄືນໃຫ້ແກ່ເຮົາອີກ ຊຶ່ງເປັນກຽດອັນຍິ່ງໃຫຍ່ກວ່າຄາວກ່ອນ.
37ບັດນີ້ ເຮົາຄືເນບູກາດເນັດຊາ ຂໍສັນລະເສີນແລະຖວາຍກຽດຕິຍົດ ແລະສະຫງ່າຣາສີ ແດ່ກະສັດແຫ່ງສະຫວັນ. ທຸກສິ່ງທີ່ພຣະອົງເຮັດກໍຖືກຕ້ອງແລະຍຸດຕິທຳ ແລະພຣະອົງເຮັດໃຫ້ຄົນຈອງຫອງຖ່ອມຕົວລົງໄດ້.”
Currently Selected:
ດານີເອນ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.