YouVersion Logo
Search Icon

ໂກໂລຊາຍ 3

3
1ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ. 2ຈົ່ງ​ເອົາໃຈໃສ່​ສິ່ງ​ທີ່​ຢູ່​ເບື້ອງ​ເທິງ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ແຜ່ນດິນ​ໂລກ​ນີ້. 3ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ. 4ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.
ຊີວິດ​ເກົ່າ ແລະ ຊີວິດ​ໃໝ່
5ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ. 6ເພາະ​ສິ່ງ​ເຫຼົ່ານີ້ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈະ​ມາ​ຖືກ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ພຣະອົງ. 7ແຕ່ກ່ອນ​ພວກເຈົ້າ​ເຄີຍ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ຢ່າງ​ນັ້ນ ເມື່ອ​ຊີວິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຄອບງຳ​ໂດຍ​ສິ່ງ​ເຫຼົ່ານີ້.
8ແຕ່​ບັດນີ້ ຈົ່ງ​ກຳຈັດ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ​ເສຍ ເຊັ່ນ​ວ່າ: ຄວາມ​ຄຽດຮ້າຍ, ຄວາມ​ຂັດເຄືອງ​ໃຈ​ແລະ​ການ​ຄິດ​ປອງຮ້າຍ, ຄຳ​ສຽດສີ​ແລະ​ຄຳ​ຊົ່ວຊ້າ​ລາມົກ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ​ຈັກເທື່ອ. 9ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ. 10ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ. 11ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.
12ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ. 13ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ. 14ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ. 15ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ. 16ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ. 17ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.
ໜ້າທີ່​ທາງ​ສັງຄົມ ແລະ ຊີວິດ​ໃໝ່
18ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ຜົວ​ຂອງຕົນ ເພາະ​ເປັນ​ສິ່ງ​ສົມຄວນ​ປະພຶດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.
19ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງຕົນ ແລະ​ຢ່າ​ເຮັດ​ຮຸນແຮງ​ຕໍ່​ນາງ.
20ຝ່າຍ​ລູກ​ທັງຫລາຍ ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ ຕ້ອງ​ນົບນ້ອມ​ເຊື່ອຟັງ​ພໍ່​ແມ່​ຂອງຕົນ​ຢູ່​ສະເໝີ ເພາະ​ການ​ປະພຶດ​ຢ່າງ​ນັ້ນ ເປັນ​ທີ່​ພໍພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.
21ຝ່າຍ​ພໍ່​ແມ່​ທັງຫລາຍ ຢ່າ​ກຸກກວນ​ລູກ​ຂອງຕົນ​ໃຫ້​ຂັດເຄືອງ​ໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ທໍ້ຖອຍ​ໃຈ.
22ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ. 23ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ເຕັມໃຈ ເໝືອນ​ເຮັດ​ຖວາຍ​ກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບໍ່ແມ່ນ​ເຮັດ​ສຳລັບ​ມະນຸດ​ເທົ່ານັ້ນ. 24ດ້ວຍ​ຮູ້​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງຫລາຍ ໄດ້​ຮັບ​ມໍຣະດົກ​ເປັນ​ຄ່າ​ບຳເໜັດ ເພາະວ່າ​ຜູ້​ທີ່​ເຈົ້າ​ທັງຫລາຍ​ໄດ້​ຮັບໃຊ້​ນັ້ນ ກໍ​ແມ່ນ​ອົງ​ພຣະຄຣິດ. 25ສ່ວນ​ທຸກໆ​ຄົນ​ທີ່​ເຮັດ​ການ​ຊົ່ວ​ນັ້ນ ກໍ​ຈະ​ໄດ້​ຮັບ​ຜົນ​ກຳ ຕາມ​ກຳ​ຊົ່ວ​ຂອງຕົນ ເພາະ​ພຣະເຈົ້າ​ຕັດສິນ​ທຸກຄົນ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy