YouVersion Logo
Search Icon

ໂກໂລຊາຍ 1

1
1ຈາກ​ໂປໂລ ຜູ້​ທີ່​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ.
2ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກໂລຊາຍ ຜູ້​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດ.
ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.
ໂປໂລ​ພາວັນນາ​ອະທິຖານ ເພື່ອ​ຄຣິສຕຽນ​ຊາວ​ໂກໂລຊາຍ
3ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ. 4ດ້ວຍວ່າ, ພວກເຮົາ​ໄດ້ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ແລະ​ເຖິງ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ ທີ່​ມີ​ຕໍ່​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ. 5ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ. 6ຂ່າວປະເສີດ​ສືບຕໍ່​ນຳ​ພຣະພອນ​ມາ​ສູ່​ມະນຸດ​ທັງປວງ ແລະ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ ດັ່ງ​ທີ່​ມີ​ໃນ​ທ່າມກາງ​ພວກເຈົ້າ ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້ຍິນ​ເທື່ອ​ທຳອິດ ເຖິງ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຮຽນຮູ້​ຮັບ​ເອົາ​ຕາມ​ຄວາມຈິງ​ນັ້ນ. 7ດັ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ຈາກ​ເອປາ​ຟາ ເພື່ອນ​ຮັບໃຊ້​ທີ່​ຮັກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ວຽກງານ​ຂອງ​ພຣະຄຣິດ​ແທນ​ເຮົາ​ຢ່າງ​ສັດຊື່. 8ເພິ່ນ​ໄດ້​ເລົ່າ​ໃຫ້​ພວກເຮົາ​ຟັງ​ເຖິງ​ຄວາມຮັກ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ໂຜດ​ປະທານ​ແກ່​ພວກເຈົ້າ.
9ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ. 10ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ. 11ຂໍ​ໃຫ້​ພວກເຈົ້າ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ທຸກຢ່າງ ໂດຍ​ຣິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ທຸກສິ່ງ​ໄດ້ ແລະ​ມີ​ຄວາມ​ໝັ່ນພຽນ​ດ້ວຍ​ຄວາມ​ຍິນດີ. 12ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ. 13ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ, 14ໂດຍ​ພຣະບຸດ​ນັ້ນ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ ແລະ​ຊົງ​ຍົກ​ການບາບ​ທັງຫລາຍ​ຂອງ​ພວກເຮົາ.
ພຣະຄຣິດ​ເປັນ​ບໍ່​ກຳເນີດ​ຂອງ​ສັບພະທຸກສິ່ງ
15ພຣະອົງ​ຊົງ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້ ຊຶ່ງ​ຕາ​ເຫັນ​ບໍ່ໄດ້ ຊົງ​ເປັນ​ບຸດ​ກົກ​ເໜືອ​ສາລະພັດ​ທີ່​ຊົງ​ເນຣະມິດ​ສ້າງ​ຂຶ້ນ​ນັ້ນ. 16ດ້ວຍວ່າ, ໂດຍ​ພຣະອົງ​ນັ້ນ​ພຣະເຈົ້າ​ໄດ້​ຊົງ​ສ້າງ​ສັບພະທຸກສິ່ງ ທັງ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ ສິ່ງ​ທີ່​ຕາ​ເຫັນ​ໄດ້​ແລະ​ສິ່ງ​ທີ່​ຕາ​ເຫັນ​ບໍ່ໄດ້ ເປັນ​ພຣະທີ່ນັ່ງ ຫຼື​ອານຸພາບ ຫຼື​ບັນດາ​ຜູ້​ຄອບຄອງ ແລະ​ບັນດາ​ຜູ້​ມີ​ສິດ​ອຳນາດ​ທັງຫລາຍ ພຣະເຈົ້າ​ໄດ້​ສ້າງ​ສັບພະສິ່ງ​ທັງໝົດ​ນີ້​ໂດຍ​ທາງ​ພຣະອົງ ແລະ​ສຳລັບ​ພຣະອົງ. 17ພຣະອົງ​ຊົງ​ເປັນ​ຢູ່​ກ່ອນ​ສັບພະທຸກສິ່ງ ແລະ​ສັບພະທຸກສິ່ງ​ກໍ​ດຳລົງ​ເປັນ​ລະບຽບ​ຢູ່​ໂດຍ​ພຣະອົງ. 18ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ. 19ເພາະວ່າ​ພຣະເຈົ້າ​ຊົງ​ພໍພຣະໄທ ທີ່​ຈະ​ໃຫ້​ສະພາບ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພຣະບຸດ​ຢ່າງ​ເຕັມ​ບໍລິບູນ. 20ແລະ​ໂດຍ​ພຣະອົງ​ນັ້ນ ຈະ​ໄດ້​ຊົງ​ໃຫ້​ສິ່ງສາລະພັດ​ກັບຄືນ​ດີ​ກັບ​ພຣະເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນດິນ​ໂລກ ຫລື​ໃນ​ສະຫວັນ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ເກີດ​ສັນຕິພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້ກາງແຂນ​ຂອງ​ພຣະອົງ.
21ແລະ​ເຈົ້າ​ທັງຫລາຍ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ແມ່ນ​ພົນລະເມືອງ​ຂອງ​ພຣະເຈົ້າ ແຕ່​ເປັນ​ສັດຕູ​ທາງ​ດ້ານ​ຈິດໃຈ​ດ້ວຍ​ການ​ຊົ່ວຮ້າຍ​ຕ່າງໆ, 22ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ. 23ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.
ການ​ຮັບໃຊ້​ດ້ວຍ​ຄວາມ​ພໍໃຈ​ຂອງ​ໂປໂລ​ຕໍ່​ຄຣິສຕະຈັກ
24ບັດນີ້ ເຮົາ​ມີ​ຄວາມ​ຍິນດີ​ທີ່​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ສ່ວນ​ການ​ທົນທຸກ​ຂອງ​ພຣະຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນທຸກ​ຈົນ​ສຳເລັດ​ໃນ​ຮ່າງກາຍ​ຂອງເຮົາ ເພື່ອ​ເຫັນ​ແກ່​ພຣະກາຍ​ຂອງ​ພຣະອົງ ຄື​ຄຣິສຕະຈັກ. 25ເຮົາ​ໄດ້​ມາ​ເປັນ​ຜູ້ຮັບໃຊ້​ຄຣິສຕະຈັກ​ນັ້ນ ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ມອບໝາຍ​ໃຫ້​ເຮົາ ເພື່ອ​ເປັນ​ຜົນດີ​ແກ່​ພວກເຈົ້າ ໃນ​ການ​ປະກາດ​ເລື່ອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ, 26ຊຶ່ງ​ເປັນ​ຂໍ້​ຄວາມ​ອັນ​ເລິກລັບ ທີ່​ພຣະອົງ​ໄດ້​ເຊື່ອງຊ້ອນ​ໄວ້​ຈາກ​ມວນ​ມະນຸດ​ແຕ່​ໃດໆ​ມາ, ແຕ່​ບັດນີ້ ໄດ້​ເປີດເຜີຍ​ໃຫ້​ໄພ່ພົນ​ຂອງ​ພຣະອົງ​ຮູ້​ແລ້ວ. 27ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ. 28ພຣະອົງ​ນັ້ນ​ແຫຼະ ທີ່​ພວກເຮົາ​ປະກາດ​ໃຫ້​ແກ່​ທຸກຄົນ​ໂດຍ​ເຕືອນ​ສະຕິ ແລະ​ສັ່ງສອນ​ດ້ວຍ​ປັນຍາ​ທຸກຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກຄົນ​ຊ້ອງໜ້າ​ພຣະເຈົ້າ ເໝືອນ​ເປັນ​ຄົນ​ໃຫຍ່​ຄົບຖ້ວນ​ແລ້ວ​ໃນ​ພຣະຄຣິດ. 29ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy