ອາໂມດ 5
5
ການຮຽກຮ້ອງໃຫ້ກັບໃຈ
1ຊາວອິດສະຣາເອນເອີຍ ຈົ່ງຟັງເພງໄວ້ອາໄລທີ່ເຮົາຮ້ອງສູ່ພວກເຈົ້າຟັງດັ່ງຕໍ່ໄປນີ້:
2ອິດສະຣາເອນ ສາວບໍຣິສຸດໄດ້ລົ້ມລົງແລ້ວເດ
ນາງຈະລຸກຂຶ້ນມາບໍ່ໄດ້ອີກຈັກເທື່ອ
ນາງຖືກປະປ່ອຍໃຫ້ນອນຢຽດຢູ່ກັບພື້ນດິນ
ແລະບໍ່ມີຜູ້ໃດຈະຊ່ວຍເຫຼືອນາງໃຫ້ລຸກຂຶ້ນ.
3ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເມືອງໜຶ່ງໃນຊາດອິດສະຣາເອນໄດ້ສົ່ງທະຫານພັນຄົນອອກໄປ, ແຕ່ມີຮ້ອຍຄົນເທົ່ານັ້ນທີ່ກັບຄືນມາ; ແລະເມືອງໜຶ່ງອີກກໍສົ່ງທະຫານຮ້ອຍຄົນອອກໄປ, ແຕ່ມີພຽງສິບຄົນເທົ່ານັ້ນທີ່ກັບຄືນມາ.”
4ພຣະເຈົ້າຢາເວກ່າວຕໍ່ປະຊາຊົນອິດສະຣາເອນວ່າ, “ຈົ່ງມາຫາເຮົາ ແລະພວກເຈົ້າຈະມີຊີວິດຢູ່. 5ຢ່າສູ່ໄປນະມັດສະການທີ່ເມືອງເບເອນເຊບາ. ຢ່າສູ່ພະຍາຍາມໄປຊອກຫາເຮົາທີ່ເບັດເອນ ເພາະວ່າເບັດເອນຈະບໍ່ມີຫຍັງໝົດ. ຢ່າສູ່ໄປເມືອງກິນການ ເພາະຊາວເມືອງຈະໄດ້ຮັບເຄາະກຳ ຄືຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”
6ຈົ່ງສະແຫວງຫາພຣະເຈົ້າຢາເວ ແລະພວກເຈົ້າກໍຈະມີຊີວິດຢູ່. ຖ້າບໍ່ຍອມ ພຣະອົງກໍຈະກຳຈັດປະຊາຊົນອິດສະຣາເອນດັ່ງໄຟທີ່ເຜົາຜານ. ໄຟນັ້ນຈະລຸກໄໝ້ຊາວເບັດເອນ ແລະບໍ່ມີຜູ້ໃດຈະມອດມັນໄດ້. 7ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ທີ່ບິດເບືອນຄວາມຍຸດຕິທຳແລະສໍ້ໂກງຄົນ ເພື່ອບໍ່ໃຫ້ໄດ້ຮັບສິດທິຂອງຕົນ.
8ພຣະອົງ ອົງໄດ້ສ້າງດວງດາວທັງຫລາຍ
ຄືດາວໄກ່ນ້ອຍ ແລະດາວໄຖດ້ວຍ.
ພຣະອົງເຮັດໃຫ້ມືດກາຍເປັນສະຫວ່າງ
ແລະໃຫ້ກາງເວັນນັ້ນກາຍເປັນກາງຄືນ.
ພຣະອົງເອີ້ນນໍ້າທະເລແລະເທໃສ່ພິພົບ
ພຣະອົງຊົງນາມວ່າ ພຣະເຈົ້າຢາເວ.
9ພຣະອົງນຳກຳລັງການທຳລາຍມາສູ່ຜູ້ມີກຳລັງ
ແລະສະພາບຮົກຮ້າງເພພັງມາສູ່ເມືອງມີທີ່ໝັ້ນ.
10ພວກເຈົ້າກຽດຊັງຜູ້ທີ່ກ່າວຕຳໜິໃນຄວາມຍຸຕິທຳ ແລະດູຖູກລາວຜູ້ທີ່ເວົ້າຄວາມຈິງ. 11ພວກເຈົ້າຂົ່ມເຫັງຄົນຍາກຈົນ ແລະລັກເອົາເຂົ້າຂອງຂອງພວກເຂົາ. ເພາະສະນັ້ນ ພວກເຈົ້າຈຶ່ງຈະບໍ່ໄດ້ຢູ່ໃນເຮືອນຫລັງງາມໆທີ່ພວກເຈົ້າສ້າງຂຶ້ນມາດ້ວຍຫີນ ຫລືຈະບໍ່ໄດ້ດື່ມເຫຼົ້າອະງຸ່ນຈາກສວນອັນສວຍງາມທີ່ພວກເຈົ້າໄດ້ເຮັດໄວ້. 12ເຮົາຮູ້ວ່າການບາບຂອງພວກເຈົ້າຮ້າຍແຮງສໍ່າໃດ ແລະພວກເຈົ້າໄດ້ກໍ່ອາຊະຍາກຳໄວ້ຫລາຍເທົ່າໃດ. ພວກເຈົ້າບຽດບຽນຄົນດີ, ຮັບເງິນສິນບົນ, ແລະບໍ່ໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນໃນສານ. 13ເພາະສະນັ້ນ ການມິດງຽບຢູ່ໃນຄາວແຫ່ງຄວາມຊົ່ວຮ້າຍນີ້ ຈຶ່ງເປັນການສະຫລາດທີ່ຄວນເຮັດ.
14ເມື່ອພວກເຈົ້າມີຊີວິດຢູ່ ຈົ່ງຕັ້ງເປົ້າໝາຍເຮັດແຕ່ສິ່ງທີ່ດີ ບໍ່ແມ່ນເຮັດສິ່ງທີ່ຊົ່ວຮ້າຍ; ແລ້ວພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ກໍຈະສະຖິດຢູ່ກັບພວກເຈົ້າຢ່າງແທ້ຈິງ ດັ່ງທີ່ພວກເຈົ້າເວົ້າອ້າງເຖິງພຣະອົງນັ້ນ. 15ຈົ່ງກຽດຊັງຄວາມຊົ່ວ ຈົ່ງຮັກແຕ່ຄວາມດີ ແລະໃຫ້ການຢ່າງສັດຊື່ໃນສານ. ບາງທີພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ອາດຈະເມດຕາປະຊາຊົນໂຢເຊັບ ທີ່ຍັງລອດຊີວິດຢູ່ໃນປະເທດຊາດນີ້ກໍໄດ້.
16ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງໃນເມືອງຈະມີແຕ່ການຮ້ອງໄຫ້ ແລະການຄວນຄາງດ້ວຍຄວາມທຸກລຳບາກ. ພວກເຂົາຈະເອີ້ນພວກຊາວນາມາຮ່ວມຮ້ອງໄຫ້ໄວ້ທຸກ ແລະຜູ້ທີ່ຖືກຈ້າງມາໃຫ້ໄວ້ທຸກນັ້ນ. 17ການຮ້ອງໄຫ້ຄວນຄາງຈະມີຢູ່ໃນສວນອະງຸ່ນທຸກແຫ່ງ. ສິ່ງເຫຼົ່ານີ້ທັງໝົດຈະເກີດຂຶ້ນ ເພາະວ່າເຮົາຈະມາລົງໂທດພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
18ຄວາມທຸກລຳບາກໃຫຍ່ເປັນຂອງຜູ້ທີ່ຄອຍຖ້າວັນຂອງພຣະເຈົ້າຢາເວ, ວັນຂອງພຣະເຈົ້າຢາເວຈະມີຫຍັງດີແດ່ສຳລັບພວກເຈົ້າ? ເພາະວ່າສຳລັບພວກເຈົ້າແລ້ວ ວັນນັ້ນຈະເປັນວັນແຫ່ງຄວາມມືດມົນ ແລະບໍ່ແມ່ນວັນແຫ່ງຄວາມສະຫວ່າງ. 19ວັນນັ້ນຈະເປັນດັ່ງຊາຍຄົນໜຶ່ງທີ່ແລ່ນປົບໜີຈາກສິງ ແລ້ວໄປພົບໝີ ຫລືດັ່ງຊາຍຄົນໜຶ່ງທີ່ກັບຄືນເມືອເຮືອນ ແລ້ວເອົາມືຂົ່ມໃສ່ຝາແລະຖືກງູຕອດ. 20ເປັນວັນທີ່ພຣະເຈົ້າຢາເວຈະໃຫ້ເກີດມືດມົນ ແຕ່ບໍ່ແມ່ນແສງແຈ້ງບໍ່ແມ່ນບໍ? ມັນເປັນວັນແຫ່ງຄວາມໂສກເສົ້າ ໂດຍບໍ່ມີຄວາມສະຫວ່າງໃດໆບໍ່ແມ່ນບໍ?
21ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຽດຊັງເທດສະການທາງສາສະໜາຂອງພວກເຈົ້າ; ເຮົາບໍ່ຢາກເຫັນເລີຍ 22ເມື່ອພວກເຈົ້ານຳເຄື່ອງເຜົາບູຊາ ແລະຜົນລະປູກມາຖວາຍບູຊາແກ່ເຮົາ ເຮົາຈະບໍ່ຮັບເອົາ; ເຮົາຈະບໍ່ຮັບເອົາສັດທີ່ພວກເຈົ້າໄດ້ລ້ຽງໄວ້ໃຫ້ຕູ້ຍພີ ແລະນຳມາຖວາຍບູຊາໂມທະນາຂອບພຣະຄຸນແກ່ເຮົາ. 23ຈົ່ງເຊົາຮ້ອງເພງອັນອຶກກະທຶກຂອງພວກເຈົ້ານັ້ນສາ ເຮົາບໍ່ຢາກຟັງສຽງດົນຕຼີຂອງພວກເຈົ້າ. 24ແຕ່ຈົ່ງໃຫ້ຄວາມຍຸດຕິທຳໄຫລມາດັ່ງສາຍນໍ້າ ແລະໃຫ້ຄວາມຊອບທຳໄຫລມາດັ່ງຫ້ວຍນໍ້າທີ່ບໍ່ມີວັນເຫືອດແຫ້ງໄດ້.
25ປະຊາຊົນອິດສະຣາເອນເອີຍ ເຮົາບໍ່ໄດ້ຂໍພວກເຈົ້າຖວາຍເຄື່ອງບູຊາແກ່ເຮົາ ຕະຫລອດສີ່ສິບປີທີ່ເຮົານຳພາພວກເຈົ້າ ຜ່ານຖິ່ນແຫ້ງແລ້ງກັນດານນັ້ນ. 26ແຕ່ບັດນີ້ຍ້ອນພວກເຈົ້າໄດ້ຂາບໄຫວ້ຮູບເຄົາຣົບ ຄືຮູບສັກກູດ ທີ່ເປັນພະແຫ່ງກະສັດຂອງພວກເຈົ້າ ແລະຮູບໄກວັນ ທີ່ເປັນພະແຫ່ງດວງດາວຂອງພວກເຈົ້າ ພວກເຈົ້າຈະຕ້ອງອູ້ມຫອບເອົາພະເຫຼົ່ານີ້ໄປ 27ເມື່ອເຮົາໃຫ້ພວກເຈົ້າຖືກຈັບເປັນຊະເລີຍໃນດິນແດນໜຶ່ງທີ່ກາຍນະຄອນດາມັສກັດໄປ.” ພຣະເຈົ້າຢາເວອົງທີ່ມີນາມວ່າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
Currently Selected:
ອາໂມດ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: