ອາໂມດ 3
3
1ປະຊາຊົນຊາວອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວເຖິງພວກເຈົ້າ ຄືຄົນທັງຊາດທີ່ພຣະອົງໄດ້ນຳອອກມາຈາກປະເທດເອຢິບນັ້ນວ່າ, 2“ຈາກຊົນຊາດທັງໝົດໃນໂລກນີ້ ແມ່ນພວກເຈົ້າເທົ່ານັ້ນທີ່ເຮົາໄດ້ຮູ້ຈັກດີ ແລະເອົາໃຈໃສ່. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຈົ້າ ຍ້ອນການບາບອັນຮ້າຍແຮງທີ່ພວກເຈົ້າໄດ້ເຮັດນັ້ນ.”
ໜ້າທີ່ຂອງຜູ້ທຳນວາຍ
3ຊາຍສອງຄົນເລີ່ມອອກເດີນທາງໄປດ້ວຍກັນ ໂດຍບໍ່ຕົກລົງກັນກ່ອນຈະເປັນໄປໄດ້ບໍ?
4ຖ້າສິງບໍ່ພົບເຫຍື່ອມັນຈະຮ້ອງຄຳຣາມຢູ່ໃນປ່າບໍ? ຖ້າສິງໜຸ່ມບໍ່ຄຸບຫຍັງໄດ້ມັນຈະຮ້ອງຄາງຢູ່ໃນຖໍ້າຫລື?
5ຖ້າບໍ່ມີເຫຍື່ອລໍ້ ນົກຈະຖືກກັບດັກໄດ້ຊັ້ນບໍ? ກັບດັກຈະລັ່ນບໍ ຖ້າບໍ່ມີສິ່ງໃດເຂົ້າໄປໃນນັ້ນ?
6ສຽງແກບຸກໂຈມຕີດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນໄດ້ຊັ້ນບໍ? ເປັນໄດ້ບໍທີ່ເມືອງໜຶ່ງຖືກໄພພິບັດ ໂດຍທີ່ພຣະເຈົ້າຢາເວບໍ່ໃຫ້ເກີດຂຶ້ນ?
7ຕາມຈິງແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບໍ່ໄດ້ເຮັດສິ່ງໃດ ໂດຍບໍ່ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງແກ່ຜູ້ທຳນວາຍຄືຜູ້ຮັບໃຊ້ຂອງພຣະອົງ.
8ເມື່ອໄດ້ຍິນໂຕສິງຮ້ອງແຜດສຽງຄຳຣາມ ຜູ້ໃດເດຈະລະງັບຄວາມຢ້ານກົວໄວ້ໄດ້? ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຈາ ຜູ້ໃດແດ່ຈະກ້າປະຕິເສດຖ້ອຍຄຳຂອງພຣະອົງໄດ້?
ເຄາະກຳຕົກຖືກຊາມາເຣຍ
9ຈົ່ງແຈ້ງໃຫ້ພວກທີ່ຢູ່ໃນວັງແຫ່ງເອຢິບ ແລະແຫ່ງອາຊະໂດດວ່າ, “ຈົ່ງທ້ອນໂຮມກັນຢູ່ເທິງພູເຂົາຕ່າງໆອ້ອມແອ້ມຊາມາເຣຍ ແລະເບິ່ງເຫດການວຸ້ນວາຍໃຫຍ່ແລະອາຊະຍາກຳທີ່ໄດ້ຖືກກໍ່ຂຶ້ນຢູ່ໃນທີ່ນັ້ນ.”
10ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນເຫຼົ່ານີ້ມີເຄື່ອງຂອງເຕັມຫໍໂຮງທີ່ໄດ້ມາຈາກອາຊະຍາກຳ ແລະການປຸ້ນຈີ້. ພວກເຂົາບໍ່ຮູ້ຈັກປະພຶດຕົນຢ່າງສັດຊື່. 11ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວວ່າ ສັດຕູຈະປິດລ້ອມດິນແດນຂອງພວກເຂົາ, ຈະທຳລາຍກຳແພງເມືອງຂອງພວກເຂົາ ແລະຈະປຸ້ນເອົາເຄື່ອງຂອງໃນຫໍໂຮງຂອງພວກເຂົາໄປ.”
12ພຣະເຈົ້າຢາເວກ່າວວ່າ, “ຄົນລ້ຽງແກະຍາດຂາສອງເບື້ອງ ແລະຫູເບື້ອງໜຶ່ງຂອງລູກແກະທີ່ຖືກສິງກັດໄດ້ສັນໃດ; ຊາວອິດສະຣາເອນທີ່ອາໄສຢູ່ໃນຊາມາເຣຍ ຄືຜູ້ທີ່ເວລານີ້ນອນຢຽດຢູ່ເທິງເບາະອັນຫລູຫລາ ກໍຈະລອດຊີວິດໄດ້ ພຽງແຕ່ໜ້ອຍຄົນສັນນັ້ນ. 13ບັດນີ້ ຈົ່ງຟັງແລະເຕືອນເຊື້ອສາຍຂອງຢາໂຄບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ, ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, 14“ໃນວັນທີ່ເຮົາລົງໂທດຊາວອິດສະຣາເອນ ຍ້ອນການບາບຂອງພວກເຂົານັ້ນ ເຮົາຈະທຳລາຍແທ່ນບູຊາທີ່ເມືອງເບັດເອນ. ແຈທັງສີ່ຂອງແທ່ນບູຊາແຕ່ລະແທ່ນຈະແຕກ ແລະຕົກລົງດິນ. 15ເຮົາຈະທຳລາຍຫໍພັກໃນລະດູໜາວ ແລະຫໍພັກໃນລະດູຮ້ອນ. ຫໍທີ່ຕົບແຕ່ງດ້ວຍງາຊ້າງຈະຮົກຮ້າງເພພັງ; ຫໍໂຮງທຸກຫລັງຈະຖືກທຳລາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Currently Selected:
ອາໂມດ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: