ກິດຈະການ 2:1-7
ກິດຈະການ 2:1-7 ພຄພ
ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ. ໃນທັນໃດນັ້ນ ກໍເກີດມີສຽງໜຶ່ງດັງມາຈາກຟ້າ ເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ. ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ. ຂະນະນັ້ນ ນະຄອນເຢຣູຊາເລັມມີຊາວຢິວ ຈາກທຸກໆປະເທດໃນໂລກມາພັກອາໄສຢູ່ ແລະຊາວຢິວເຫຼົ່ານີ້ເປັນຄົນຢຳເກງພຣະເຈົ້າ. ເມື່ອພວກເຂົາໄດ້ຍິນສຽງນີ້ແລ້ວ ກໍມີປະຊາຊົນມາເຕົ້າໂຮມກັນຢ່າງໜາແໜ້ນ ພວກເຂົາທັງໝົດຕ່າງກໍຕື່ນເຕັ້ນປະຫລາດໃຈ ເພາະໄດ້ຍິນບັນດາຄົນເຫຼົ່ານັ້ນ ເວົ້າພາສາທ້ອງຖິ່ນຂອງຕົນ. ດ້ວຍຄວາມງຶດປະຫລາດໃຈ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນທີ່ເວົ້າກັນຢູ່ນີ້ ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ?





