YouVersion Logo
Search Icon

2 ເປໂຕ 3

3
ພຣະສັນຍາ​ເລື່ອງ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
1ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ. 2ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ. 3ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ. 4ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.” 5ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ​ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ. 6ດ້ວຍ​ນໍ້າ​ນັ້ນ​ແຫຼະ ມະນຸດສະໂລກ​ໃນ​ສະໄໝ​ບູຮານ ຈຶ່ງ​ຖືກ​ທຳລາຍ​ດ້ວຍ​ນໍ້າ​ຖ້ວມ. 7ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.
8ແຕ່​ພວກ​ທີ່ຮັກ​ເອີຍ ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ. 9ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່. 10ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ. 11ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ. 12ຈົ່ງ​ຄອຍ​ຖ້າ​ແລະ​ເຮັ່ງຮີບ​ໃຫ້​ວັນ​ຂອງ​ພຣະເຈົ້າ​ມາ​ເຖິງ ຊຶ່ງ​ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ຖືກ​ໄຟ​ເຜົາ​ສະຫລາຍ​ໄປ ແລະ​ໂລກ​ທາດ​ຈະ​ຖືກ​ໄຟ​ຜານ​ສະຫລາຍ​ໄປ. 13ແຕ່​ວ່າ ຕາມ​ພຣະສັນຍາ​ຂອງ​ພຣະອົງ ເຮົາ​ທັງຫລາຍ​ຄອຍ​ຖ້າ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຊຶ່ງ​ຄວາມ​ຊອບທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.
14ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ. 15ຈົ່ງ​ຖື​ວ່າ​ການ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຊົງ​ອົດກັ້ນ​ພຣະໄທ​ໄວ້​ດົນນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກເຮົາ​ໃຫ້​ລອດພົ້ນ ເໝືອນ​ດັ່ງ​ໂປໂລ​ນ້ອງ​ທີ່ຮັກ​ຂອງເຮົາ ໄດ້​ຂຽນ​ຈົດໝາຍ​ເຖິງ​ເຈົ້າ​ທັງຫລາຍ ຕາມ​ສະຕິປັນຍາ​ທີ່​ໄດ້​ຊົງ​ປະທານ​ແກ່​ເພິ່ນ​ນັ້ນ. 16ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.
17ເພາະເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ​ຄົນ​ທີ່​ຂາດ​ສິນທຳ​ເຫຼົ່ານັ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ພວກ​ຕົນ. 18ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.

Currently Selected:

2 ເປໂຕ 3: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in