YouVersion Logo
Search Icon

1 ຕີໂມທຽວ 2

2
ຄຳແນະນຳ​ກ່ຽວກັບ​ການ​ພາວັນນາ​ອະທິຖານ
1ເຫດສະນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍຮ້ອງ​ເຈົ້າ​ທັງຫລາຍ ໃຫ້​ພາວັນນາ​ອະທິຖານ ໄຫວ້ວອນ ທູນຂໍ ແລະ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ 2ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ. 3ການ​ກະທຳ​ເຊັ່ນນີ້ ເປັນ​ສິ່ງ​ທີ່​ດີ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ 4ພຣະອົງ​ຊົງ​ມີ​ພຣະ​ປະສົງ​ໃຫ້​ທຸກຄົນ​ໄດ້​ເຖິງ​ຄວາມ​ພົ້ນ ແລະ​ໃຫ້​ມາ​ຮູ້ຈັກ​ຄວາມຈິງ. 5ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ, 6ຜູ້​ທີ່​ໄດ້​ສະຫລະ​ພຣະອົງ​ເອງ ເພື່ອ​ເປັນ​ຄ່າ​ໄຖ່​ມະນຸດ​ສະໂລກ​ທຸກຄົນ ຊຶ່ງ​ການ​ນີ້​ໄດ້​ກ່າວ​ເປັນ​ຄຳ​ພະຍານ​ໃນ​ເວລາ​ອັນ​ເໝາະສົມ. 7ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).
8ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ. 9ໃນທຳນອງ​ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ 10ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ. 11ໃຫ້​ແມ່ຍິງ​ຮຽນຮູ້​ເອົາ​ຢ່າງ​ງຽບໆ ດ້ວຍ​ໃຈ​ອ່ອນນ້ອມ​ຍອມ​ຟັງ​ທຸກປະການ. 12ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື​ມີ​ສິດ​ອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ພວກເຂົາ​ມິດງຽບ​ຢູ່. 13ດ້ວຍວ່າ, ພຣະເຈົ້າ​ໄດ້​ສ້າງ​ອາດາມ​ກ່ອນ ແລະ​ຕໍ່ມາ​ພຣະອົງ​ກໍໄດ້​ສ້າງ​ເອວາ. 14ແລະ​ບໍ່ແມ່ນ​ອາດາມ​ທີ່​ໄດ້​ຖືກ​ຫລອກລວງ ແຕ່​ແມ່ນ​ແມ່ຍິງ​ທີ່​ໄດ້​ຖືກ​ຫລອກລວງ ແລະ​ໄດ້​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າ. 15ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ແມ່ຍິງ​ກໍ​ຍັງ​ຈະ​ຖືກ​ໂຜດ​ໃຫ້​ພົ້ນ​ໄດ້​ໂດຍ​ການ​ມີ​ລູກ ຖ້າ​ນາງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ໃນ​ຄວາມຮັກ ແລະ​ໃນ​ຄວາມ​ບໍຣິສຸດ ດ້ວຍ​ຄວາມ​ອ່ອນນ້ອມ​ຖ່ອມຕົວ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for 1 ຕີໂມທຽວ 2