YouVersion Logo
Search Icon

1 ຕີໂມທຽວ 1

1
1ຈາກ​ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,
2ເຖິງ ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ,
ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ, ຄວາມ​ເມດຕາ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.
ຄຳ​ຕັກເຕືອນ​ເລື່ອງ​ຄຳ​ສອນ​ຜິດ
3ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ. 4ຈົ່ງ​ບອກ​ພວກເຂົາ​ໃຫ້​ເລີກ​ສົນໃຈ​ເລື່ອງ​ນິຍາຍ​ຕ່າງໆ ແລະ​ເລື່ອງ​ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ​ຂອງ​ບັນພະບຸລຸດ​ນັ້ນ​ເສຍ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ໂຕ້ຖຽງ​ກັນ​ເທົ່ານັ້ນ ແທນທີ່​ຈະ​ເປັນ​ໄປ​ຕາມ​ແຜນການ​ຂອງ​ພຣະເຈົ້າ ອັນ​ກ່ຽວກັບ​ຄວາມເຊື່ອ. 5ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ. 6ມີ​ບາງຄົນ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ເຫຼົ່ານີ້ ແລະ​ຫລົງ​ໄປ​ຫາ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ບໍ່ມີ​ປະໂຫຍດ. 7ພວກເຂົາ​ຢາກ​ເປັນ​ຄູສອນ​ເລື່ອງ​ກົດບັນຍັດ​ຂອງ​ພຣະເຈົ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ຕົນເອງ​ເວົ້າ ແລະ​ສິ່ງ​ທີ່​ພວກເຂົາ​ຢືນຢັນ.
8ພວກເຮົາ​ຮູ້​ວ່າ​ກົດບັນຍັດ​ນັ້ນ​ດີ ຖ້າ​ນຳ​ໄປ​ໃຊ້​ໃນ​ທາງ​ຖືກຕ້ອງ. 9ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ, 10ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ. 11ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.
ການ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະເຈົ້າ​ຊົງ​ເມດຕາ
12ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ໂຜດ​ຊູ​ກຳລັງ​ເຮົາ. ດ້ວຍວ່າ, ພຣະອົງ​ຊົງ​ຖື​ເຮົາ​ວ່າ​ເປັນ​ຜູ້​ສັດຊື່ ແລະ​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະອົງ, 13ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ. 14ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ພຣະອົງ​ໄດ້​ຖອກ​ເທ​ພຣະຄຸນ​ໃສ່​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ຊຶ່ງ​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ. 15ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ, 16ແຕ່​ດ້ວຍເຫດນີ້​ເອງ ພຣະເຈົ້າ​ຈຶ່ງ​ເມດຕາ​ຕໍ່​ເຮົາ ເພື່ອ​ວ່າ​ພຣະເຢຊູ​ຄຣິດເຈົ້າ​ຈະ​ໄດ້​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ ເຖິງ​ຄວາມ​ອົດທົນ​ຢ່າງ​ລົ້ນເຫລືອ​ຂອງ​ພຣະອົງ ຊຶ່ງ​ມີ​ຕໍ່​ເຮົາ​ທີ່​ເປັນ​ຄົນ​ບາບໜາ​ທີ່ສຸດ ເພື່ອ​ໃຫ້​ເປັນ​ແບບຢ່າງ​ສຳລັບ​ທຸກຄົນ ທີ່​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ ແລະ​ຮັບ​ຊີວິດ​ນິຣັນດອນ. 17ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.
18ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ. 19ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ. 20ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in