1 ເທສະໂລນິກ 1
1
1ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ,
ເຖິງ ຄຣິສຕະຈັກຊາວເທສະໂລນິກ ທີ່ເປັນຂອງພຣະເຈົ້າ ພຣະບິດາເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ:
ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງມີຢູ່ກັບພີ່ນ້ອງທັງຫລາຍເທີ້ນ.
ຄວາມເຊື່ອ ແລະ ແບບຢ່າງຂອງຊາວເທສະໂລນິກ
2ພວກເຮົາໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີ ສຳລັບພວກເຈົ້າທຸກຄົນ ແລະພວກເຮົາກໍລະນຶກເຖິງພວກເຈົ້າທຸກເທື່ອ ເມື່ອພວກເຮົາພາວັນນາອະທິຖານ. 3ໂດຍບໍ່ໄດ້ຢຸດຢັ້ງໃນການລະນຶກເຖິງກິດຈະການຂອງເຈົ້າທັງຫລາຍ ອັນເກີດມາຈາກຄວາມເຊື່ອກັບທັງການງານອັນໜັກໜ່ວງ ທີ່ພວກເຈົ້າຍອມເຮັດຍ້ອນຄວາມຮັກ ແລະຄວາມໝັ່ນພຽນ ອັນມີມາຈາກຄວາມໄວ້ວາງໃຈໃນອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. 4ພີ່ນ້ອງທັງຫລາຍເອີຍ ພວກເຮົາຮູ້ວ່າພຣະເຈົ້າຮັກພວກເຈົ້າ ແລະໄດ້ເລືອກເອົາພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງ. 5ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ. 6ພວກເຈົ້າໄດ້ເອົາແບບຢ່າງຂອງພວກເຮົາ ພ້ອມທັງຂອງອົງພຣະຜູ້ເປັນເຈົ້າ ເຖິງແມ່ນວ່າພວກເຈົ້າໄດ້ຮັບຄວາມທົນທຸກຢ່າງໜັກໜ່ວງກໍຕາມ ພວກເຈົ້າກໍຮັບເອົາພຣະຄຳນັ້ນ ດ້ວຍຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ. 7ດັ່ງນັ້ນ ພວກເຈົ້າຈຶ່ງກາຍເປັນແບບຢ່າງ ໃຫ້ແກ່ຄົນທີ່ເຊື່ອທັງໝົດໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາ. 8ເພາະວ່າພຣະຄຳຂອງອົງພຣະຜູ້ເປັນເຈົ້າ ໄດ້ອອກຈາກພວກເຈົ້າຊ່າລືກ້ອງໄປ ບໍ່ແມ່ນແຕ່ໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາເທົ່ານັ້ນ ແຕ່ຂ່າວແຫ່ງຄວາມເຊື່ອພຣະເຈົ້າຂອງພວກເຈົ້ານັ້ນ ໄດ້ຊ່າລືໄປທົ່ວທຸກແຫ່ງຫົນ ຈົນພວກເຮົາບໍ່ຈຳເປັນຈະຕ້ອງເວົ້າອັນໃດອີກ. 9ຄົນທັງໝົດເຫຼົ່ານັ້ນ ຕ່າງກໍເວົ້າເຖິງພວກເຈົ້າວ່າ ພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ ເມື່ອພວກເຮົາມາຢ້ຽມຢາມພວກເຈົ້າ ແລະພວກເຂົາເວົ້າວ່າ, ພວກເຈົ້າໄດ້ຫັນໜີຈາກຮູບເຄົາຣົບມາຫາພຣະເຈົ້າຢ່າງໃດ ເພື່ອບົວລະບັດຮັບໃຊ້ພຣະເຈົ້າອົງທ່ຽງແທ້ແລະຊົງຊີວິດຢູ່, 10ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ.
Currently Selected:
1 ເທສະໂລນິກ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.