YouVersion Logo
Search Icon

1 ເທສະໂລນິກ 1

1
1ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ,
ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ:
ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.
ຄວາມເຊື່ອ ແລະ ແບບຢ່າງ​ຂອງ​ຊາວ​ເທສະໂລນິກ
2ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ. 3ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ. 4ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ຮັກ​ພວກເຈົ້າ ແລະ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ. 5ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ. 6ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ. 7ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ. 8ເພາະວ່າ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ອອກ​ຈາກ​ພວກເຈົ້າ​ຊ່າລື​ກ້ອງ​ໄປ ບໍ່ແມ່ນແຕ່​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ເທົ່ານັ້ນ ແຕ່​ຂ່າວ​ແຫ່ງ​ຄວາມເຊື່ອ​ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ຈົນ​ພວກເຮົາ​ບໍ່​ຈຳເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ. 9ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່, 10ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in