1 ເປໂຕ 5
5
ຈົ່ງລ້ຽງຝູງແກະຂອງພຣະເຈົ້າ
1ເຫດສະນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຄົນໜຶ່ງ ຜູ້ເປັນພະຍານເຖິງຄວາມທົນທຸກຂອງພຣະຄຣິດ ແລະມີສ່ວນໃນສະຫງ່າຣາສີ ທີ່ຈະມາປາກົດພາຍຫຼັງ ຈຶ່ງຂໍເຕືອນພວກເຖົ້າແກ່ໃນທ່າມກາງພວກເຈົ້າວ່າ, 2“ຈົ່ງລ້ຽງຝູງແກະ ທີ່ພຣະເຈົ້າໄດ້ຝາກໄວ້ກັບພວກເຈົ້າ ຈົ່ງລ້ຽງຮັກສາດ້ວຍຄວາມເຕັມໃຈ ຕາມນໍ້າພຣະໄທຂອງພຣະເຈົ້າ ບໍ່ແມ່ນດ້ວຍໃຈຂົມຂື່ນ, ຈົ່ງເຮັດວຽກຂອງພວກເຈົ້າດ້ວຍຄວາມເສຍສະຫລະ ບໍ່ແມ່ນເພື່ອເຫັນແກ່ຄ່າຈ້າງລາງວັນ ແຕ່ດ້ວຍໃຈເຫຼື້ອມໃສ.” 3ບໍ່ແມ່ນເໝືອນເປັນເຈົ້ານາຍ ເໜືອພວກທີ່ຊົງຝາກໄວ້ກັບພວກເຈົ້າ ແຕ່ໃຫ້ເປັນແບບຢ່າງອັນດີແກ່ຝູງແກະນັ້ນ. 4ແລະເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ຈະສະເດັດມາປາກົດ ພວກເຈົ້າຈະໄດ້ຮັບມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນເສົ້າໝອງ.
5ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.” 6ດ້ວຍເຫດນັ້ນ ພວກເຈົ້າຈົ່ງຖ່ອມໃຈລົງ ຢູ່ໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອພຣະອົງຈະຊົງຍົກພວກເຈົ້າຂຶ້ນ ເມື່ອເຖິງເວລາອັນຄວນ. 7ຈົ່ງປະຄວາມກະວົນກະວາຍຂອງພວກເຈົ້າໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໃຍພວກເຈົ້າຢູ່.
8ເຈົ້າທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່. ດ້ວຍວ່າ, ສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງ ທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້. 9ຈົ່ງຕໍ່ສູ້ກັບສັດຕູນັ້ນດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ໂດຍຮູ້ແລ້ວວ່າພີ່ນ້ອງຂອງພວກເຈົ້າທົ່ວໂລກ ກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້. 10ແລະເມື່ອເຈົ້າທັງຫລາຍໄດ້ທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງໝົດ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກເຈົ້າ ໃຫ້ຕັ້ງຂຶ້ນໃໝ່ແລະຕັ້ງໝັ້ນຄົງຢູ່ ໃຫ້ມີກຳລັງຂຶ້ນແລະຊົງບັນດານໃຫ້ມີຮາກອັນແໜ້ນໜາ. 11ຣິດທານຸພາບ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.
ຄຳທັກທາຍປາໄສສຸດທ້າຍ
12ເຮົາໄດ້ຂຽນຈົດໝາຍສັ້ນໆສະບັບນີ້ ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນໜຶ່ງ ເຮົາຢາກໜູນນໍ້າໃຈພວກເຈົ້າ ແລະເປັນພະຍານແກ່ພວກເຈົ້າວ່າ ພຣະຄຸນນີ້ເປັນພຣະຄຸນອັນແທ້ຈິງຂອງພຣະເຈົ້າ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນັ້ນ.
13ນາງ ທີ່ຢູ່ເມືອງບາບີໂລນ ຊຶ່ງຊົງເລືອກໄວ້ຢ່າງດຽວກັບພວກເຈົ້າ ແລະ ມາຣະໂກ ລູກຂອງເຮົາກໍຝາກຄວາມຄິດເຖິງມາເໝືອນກັນ. 14ຈົ່ງທັກທາຍກັນດ້ວຍການຈູບທີ່ສະແດງເຖິງຄວາມຮັກ.
ຂໍສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍທີ່ຢູ່ໃນພຣະຄຣິດເທີ້ນ.
Currently Selected:
1 ເປໂຕ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: