1 ໂຢຮັນ 5
5
ຄວາມເຊື່ອທີ່ມີໄຊຊະນະເໜືອໂລກ
1ຜູ້ໃດທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດ ຜູ້ນັ້ນກໍເກີດຈາກພຣະເຈົ້າ ແລະທຸກຄົນທີ່ຮັກພຣະເຈົ້າຜູ້ຊົງໃຫ້ກຳເນີດ ຜູ້ນັ້ນກໍຮັກລູກຂອງພຣະອົງເໝືອນກັນ. 2ໂດຍຂໍ້ນີ້ແຫຼະ ເຮົາທັງຫລາຍຈຶ່ງຮູ້ວ່າ ພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າ ຄືເມື່ອພວກເຮົາຮັກພຣະເຈົ້າ ແລະຖືຮັກສາບັນດາກົດບັນຍັດຂອງພຣະອົງ. 3ເພາະນີ້ແຫຼະ ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫລາຍຖືຮັກສາບັນດາກົດບັນຍັດຂອງພຣະອົງ ແລະກົດບັນຍັດຂອງພຣະອົງນັ້ນກໍບໍ່ຍາກໜັກເກີນໄປ, 4ເພາະທຸກຄົນທີ່ເກີດຈາກພຣະເຈົ້າ ກໍມີໄຊຕໍ່ໂລກ ແລະຄວາມເຊື່ອຂອງພວກເຮົານີ້ແຫຼະ ເປັນໄຊຊະນະທີ່ຊະນະຕໍ່ໂລກ. 5ຜູ້ໃດໜໍ ທີ່ໄຊຊະນະຕໍ່ໂລກ ຖ້າບໍ່ແມ່ນຜູ້ທີ່ເຊື່ອວ່າ ພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ.
ພະຍານກ່ຽວກັບພຣະບຸດ
6ນີ້ແຫຼະ ຜູ້ທີ່ໄດ້ມາໂດຍນໍ້າແລະພຣະໂລຫິດ ຄືພຣະເຢຊູເຈົ້າ ບໍ່ແມ່ນດ້ວຍນໍ້າສິ່ງດຽວ ແຕ່ດ້ວຍນໍ້າແລະພຣະໂລຫິດ ແລະພຣະວິນຍານຊົງເປັນພະຍານ ເພາະພຣະວິນຍານຊົງເປັນຄວາມຈິງ. 7ມີພະຍານຢູ່ສາມປະການ 8ຄື: ພຣະວິນຍານ ນໍ້າ ແລະພຣະໂລຫິດ ແລະພະຍານທັງສາມນີ້ກໍສອດຄ່ອງກັນ. 9ຖ້າເຮົາທັງຫລາຍຮັບພະຍານຫຼັກຖານຂອງມະນຸດ ພະຍານຫຼັກຖານຂອງພຣະເຈົ້າກໍໃຫຍ່ກວ່າ, ເພາະວ່ານີ້ແຫຼະ ພະຍານຫຼັກຖານຂອງພຣະເຈົ້າ ຄືພຣະອົງໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ. 10ຜູ້ທີ່ເຊື່ອໃນພຣະບຸດຂອງພຣະເຈົ້າ ກໍມີພະຍານຢູ່ໃນຕົວເອງ ຜູ້ທີ່ບໍ່ເຊື່ອພຣະເຈົ້າ ກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະຕົນບໍ່ໄດ້ເຊື່ອຄຳພະຍານ ທີ່ພຣະເຈົ້າໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ. 11ນີ້ແຫຼະ ເປັນພະຍານຫຼັກຖານນັ້ນ ຄືວ່າພຣະເຈົ້າໄດ້ຊົງໂຜດປະທານຊີວິດນິຣັນດອນໃຫ້ເຮົາທັງຫລາຍ ແລະຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ. 12ຜູ້ທີ່ມີພຣະບຸດກໍມີຊີວິດ ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າ ກໍບໍ່ມີຊີວິດ.
ຄວາມຮູ້ເລື່ອງຊີວິດນິຣັນດອນ
13ຂໍ້ຄວາມເຫຼົ່ານີ້ ເຮົາຂຽນມາເຖິງເຈົ້າທັງຫລາຍ ທີ່ເຊື່ອໃນພຣະນາມພຣະບຸດຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວ່າ ພວກເຈົ້າມີຊີວິດນິຣັນດອນ. 14ນີ້ແຫລະ ເປັນຄວາມແນ່ໃຈທີ່ເຮົາທັງຫລາຍມີຢູ່ຕໍ່ພຣະອົງ ຄືຖ້າພວກເຮົາທູນຂໍສິ່ງໃດທີ່ເປັນຕາມນໍ້າພຣະໄທຂອງພຣະອົງ ພຣະອົງກໍຊົງໂຜດຟັງພວກເຮົາ. 15ແລະຖ້າເຮົາທັງຫລາຍຮູ້ວ່າພຣະອົງຊົງໂຜດຟັງແລ້ວ ເມື່ອພວກເຮົາທູນຂໍສິ່ງໃດ ພວກເຮົາຈຶ່ງຮູ້ວ່າ ພວກເຮົາໄດ້ຮັບສິ່ງທີ່ພວກເຮົາຂໍຈາກພຣະອົງນັ້ນ.
16ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ ຜູ້ນັ້ນຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ແລ້ວພຣະອົງຈະຊົງໂຜດປະທານຊີວິດໃຫ້ແກ່ຜູ້ທີ່ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍນັ້ນ, ແຕ່ຜິດບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່ ເຮົາບໍ່ໄດ້ເວົ້າວ່າໃຫ້ພາວັນນາອະທິຖານໃນເລື່ອງຜິດບາບຢ່າງນັ້ນ. 17ການອະທຳທຸກຢ່າງກໍເປັນຜິດບາບ ແຕ່ການບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່.
18ເຮົາທັງຫລາຍຮູ້ແລ້ວວ່າ ຄົນທີ່ເກີດຈາກພຣະເຈົ້າ ກໍບໍ່ເຮັດບາບຕາມເຄີຍ, ແຕ່ພຣະອົງຜູ້ຊົງບັງເກີດແຕ່ພຣະເຈົ້າ ກໍຊົງຮັກສາຄົນນັ້ນ ແລະມານຊົ່ວຮ້າຍບໍ່ສາມາດຈັບຕ້ອງຄົນນັ້ນໄດ້.
19ເຮົາທັງຫລາຍຮູ້ແລ້ວວ່າ ພວກເຮົາເກີດຈາກພຣະເຈົ້າ ມະນຸດສະໂລກທັງໝົດຈົມຢູ່ໃຕ້ອຳນາດຂອງມານຊົ່ວຮ້າຍ.
20ເຮົາທັງຫລາຍຮູ້ວ່າ ພຣະບຸດຂອງພຣະເຈົ້າສະເດັດມາ ແລະໄດ້ຊົງໂຜດປະທານສະຕິປັນຍາໃຫ້ແກ່ພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກພຣະຜູ້ຊົງທ່ຽງແທ້ ແລະເຮົາທັງຫລາຍຢູ່ໃນພຣະຜູ້ຊົງທ່ຽງແທ້ນັ້ນ ຄືໃນພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ, ນີ້ແຫລະ ເປັນພຣະເຈົ້າອົງທ່ຽງແທ້ແລະເປັນຊີວິດນິຣັນດອນ.
21ລູກນ້ອຍທັງຫລາຍຂອງເຮົາເອີຍ ຈົ່ງລະວັງຮັກສາຕົນຈາກບັນດາຮູບເຄົາຣົບ.
Currently Selected:
1 ໂຢຮັນ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.