1 ໂຢຮັນ 1:5-6
1 ໂຢຮັນ 1:5-6 ພຄພ
ນີ້ແຫລະ ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະປະກາດແກ່ພວກເຈົ້າວ່າ, ພຣະເຈົ້າຊົງເປັນຄວາມສະຫວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ. ຖ້າພວກເຮົາບອກວ່າ ພວກເຮົາຮ່ວມສາມັກຄີທຳກັບພຣະອົງ, ແຕ່ຍັງດຳເນີນຊີວິດຢູ່ໃນຄວາມມືດ ພວກເຮົາກໍຕົວະທັງຄຳເວົ້າແລະການກະທຳພ້ອມໆກັນ.