1 ໂຢຮັນ 1
1
ພຣະທຳອັນຊົງຊີວິດ
1 ຊຶ່ງມີຢູ່ແຕ່ປະຖົມມະການ ຊຶ່ງເຮົາໄດ້ຍິນ ຊຶ່ງເຮົາໄດ້ເຫັນກັບຕາ ຊຶ່ງເຮົາໄດ້ພິຈາລະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນກ່ຽວກັບພຣະທຳອັນຊົງຊີວິດ. 2ເມື່ອຊີວິດນັ້ນໄດ້ມາປາກົດ ພວກເຮົາກໍໄດ້ເຫັນ. ດັ່ງນັ້ນ ພວກເຮົາຈຶ່ງເປັນພະຍານເຖິງຊີວິດນັ້ນ ແລະປະກາດແກ່ພວກເຈົ້າເຖິງຊີວິດນິຣັນດອນ ຊຶ່ງໄດ້ມີຢູ່ກັບພຣະບິດາເຈົ້າ ແລະໄດ້ປາກົດແກ່ພວກເຮົາ. 3ສິ່ງທີ່ພວກເຮົາໄດ້ເຫັນແລະໄດ້ຍິນນັ້ນ ພວກເຮົາກໍປະກາດແກ່ພວກເຈົ້າເໝືອນກັນ ເພື່ອວ່າພວກເຈົ້າຈະເຂົ້າຮ່ວມສາມັກຄີທຳກັບພວກເຮົາ ພວກເຮົາກໍຮ່ວມສາມັກຄີທຳກັບພຣະບິດາເຈົ້າ ແລະ ກັບພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ. 4ພວກເຮົາຂຽນຂໍ້ຄວາມເຫຼົ່ານີ້ ເພື່ອຄວາມຊົມຊື່ນຍິນດີຂອງພວກເຮົາ ຈະໄດ້ຄົບເຕັມບໍລິບູນ.
ພຣະເຈົ້າຊົງເປັນຄວາມສະຫວ່າງ
5ນີ້ແຫລະ ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະປະກາດແກ່ພວກເຈົ້າວ່າ, ພຣະເຈົ້າຊົງເປັນຄວາມສະຫວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ. 6ຖ້າພວກເຮົາບອກວ່າ ພວກເຮົາຮ່ວມສາມັກຄີທຳກັບພຣະອົງ, ແຕ່ຍັງດຳເນີນຊີວິດຢູ່ໃນຄວາມມືດ ພວກເຮົາກໍຕົວະທັງຄຳເວົ້າແລະການກະທຳພ້ອມໆກັນ. 7ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.
8ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະພວກເຮົາກໍບໍ່ມີຄວາມຈິງໃນຈິດໃຈ. 9ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ. 10ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ໄດ້ເຮັດບາບກໍເທົ່າກັບວ່າ ພວກເຮົາເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ ແລະພຣະທຳຂອງພຣະອົງກໍບໍ່ຢູ່ໃນພວກເຮົາເລີຍ.
Currently Selected:
1 ໂຢຮັນ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: