1 ໂກຣິນໂທ 8
8
ເລື່ອງອາຫານທີ່ຖວາຍແກ່ພະທຽມ
1ເລື່ອງອາຫານທີ່ມາຈາກການຖວາຍບູຊາແກ່ພະທຽມນັ້ນ,
ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາທຸກຄົນຕ່າງກໍມີຄວາມຮູ້.” ຄວາມຮູ້ເຮັດໃຫ້ເຮົາອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເລີນຂຶ້ນ. 2ຖ້າຜູ້ໃດ ຖືວ່າຕົນຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້. 3ແຕ່ຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ.
4ເລື່ອງການກິນອາຫານ ທີ່ເຂົາເອົາບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພະທຽມນັ້ນ ບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ.” 5ເຖິງແມ່ນວ່າມີພະຫລາຍໃນສະຫວັນ ແລະເທິງແຜ່ນດິນໂລກກໍດີ ທີ່ເຂົາເອີ້ນວ່າ, “ພຣະເຈົ້າ” (ພະກໍມີຫລາຍ ເຈົ້າກໍມີຫລາຍແທ້). 6ແຕ່ສຳລັບພວກເຮົານັ້ນ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະສິ່ງສາລະພັດທັງປວງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະຜູ້ເປັນເຈົ້າອົງດຽວ ຄືພຣະເຢຊູຄຣິດເຈົ້າ ແລະ ສິ່ງສາລະພັດກໍເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ.
7ແຕ່ບໍ່ແມ່ນທຸກຄົນທີ່ຮູ້ຄວາມຢ່າງນີ້ ມີບາງຄົນເຄີຍນັບຖືຮູບເຄົາຣົບແຕ່ໃດໆມາຈົນເຖິງບັດນີ້ ເມື່ອກິນອາຫານຢ່າງນັ້ນ ເຂົາກໍຍັງຖືວ່າເປັນຂອງຖວາຍບູຊາແກ່ພະທຽມນັ້ນ ໃຈສຳນຶກຜິດແລະຊອບຂອງເຂົາຍັງອ່ອນ ແລະເຂົາກໍຮູ້ສຶກເປັນມົນທິນຍ້ອນອາຫານນັ້ນ. 8ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ.
9ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສລີພາບຂອງພວກເຈົ້າ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອອ່ອນສະດຸດໃຈ. 10ຖ້າມີຄົນໜຶ່ງ ທີ່ມີໃຈສຳນຶກຜິດແລະຊອບຍັງອ່ອນໃນເລື່ອງນີ້, ເຫັນເຈົ້າຜູ້ທີ່ມີຄວາມຮູ້ ກຳລັງນັ່ງກິນຢູ່ໃນວິຫານຂອງພະທຽມ ເລື່ອງນີ້ຈະບໍ່ເປັນການຊຸກຍູ້ລາວ ໃຫ້ກິນອາຫານທີ່ຖວາຍບູຊາແກ່ພະທຽມນັ້ນບໍ? 11ຄວາມຮູ້ຂອງເຈົ້າຈະເຮັດໃຫ້ພີ່ນ້ອງຜູ້ທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ. 12ດັ່ງນັ້ນ ເມື່ອເຈົ້າເຮັດຜິດຕໍ່ພີ່ນ້ອງ ຄືທຳຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງເຂົາ ເຈົ້າກໍເຮັດຜິດຕໍ່ພຣະຄຣິດດ້ວຍ. 13ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.
Currently Selected:
1 ໂກຣິນໂທ 8: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: