1 ໂກຣິນໂທ 5
5
ຕັດສິນລົງໂທດການຫລິ້ນຊູ້ໃນຄຣິສຕະຈັກ
1ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ 2ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນັ້ນຄວນຖືກຂັບໄລ່ອອກຈາກພວກເຈົ້າໄປເສຍ. 3ເຖິງແມ່ນວ່າ ເຮົາບໍ່ໄດ້ຢູ່ກັບພວກເຈົ້າທາງກາຍ, ແຕ່ທາງໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສິນລົງໂທດຜູ້ທີ່ປະພຶດຜິດຢ່າງນັ້ນ ເໝືອນດັ່ງເຮົາຢູ່ທ່າມກາງພວກເຈົ້າ. 4ເມື່ອພວກເຈົ້າມາປະຊຸມກັນ ໃນພຣະນາມອົງພຣະເຢຊູເຈົ້າ ແລະໃຈຂອງເຮົາກໍຮ່ວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງອົງພຣະເຢຊູເຈົ້າຂອງພວກເຮົາ. 5ພວກເຈົ້າຈົ່ງມອບຊາຍຄົນນີ້ໄວ້ໃຫ້ມານຊາຕານທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງລາວໄດ້ພົ້ນ ໃນວັນຂອງອົງພຣະຜູ້ເປັນເຈົ້າ.
6ການທີ່ພວກເຈົ້າອວດອ້າງນັ້ນ ບໍ່ເປັນການດີເລີຍ ພວກເຈົ້າກໍຮູ້ວ່າ ເຊື້ອແປ້ງແຕ່ໜ້ອຍດຽວ ກໍເຮັດໃຫ້ແປ້ງນວດຟູຂຶ້ນທັງກ້ອນໄດ້. 7ດ້ວຍເຫດນັ້ນ ຈົ່ງຊຳລະບາບກຳອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວດກ້ອນໃໝ່ ໂດຍບໍ່ມີເຊື້ອແປ້ງແລ້ວ. ດ້ວຍວ່າ, ພຣະຄຣິດຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຂ້າບູຊາແລ້ວ. 8ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫລືເຊື້ອຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມສັດຊື່ແລະຄວາມຈິງ.
9ເຮົາໄດ້ຂຽນຈົດໝາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້, 10ແຕ່ເຮົາບໍ່ໄດ້ຫ້າມຄົບຫາກັບທຸກຄົນໃນໂລກທີ່ຫລິ້ນຊູ້ ຫລືຄົນໂລບ, ຄົນຂົ່ມຂູ່ ຫລືຄົນຂາບໄຫວ້ຮູບເຄົາຣົບ. ເພາະວ່າ ຖ້າຫ້າມຢ່າງນັ້ນແລ້ວ ພວກເຈົ້າຈະຕ້ອງໄດ້ອອກໄປເສຍຈາກໂລກນີ້. 11ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ.
12ບໍ່ແມ່ນໜ້າທີ່ຂອງເຮົາ ທີ່ຈະຕັດສິນລົງໂທດຄົນພາຍນອກ, ແຕ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຕັດສິນລົງໂທດຄົນພາຍໃນບໍ່ແມ່ນບໍ? 13ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.”
Currently Selected:
1 ໂກຣິນໂທ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.