1 ໂກຣິນໂທ 13
13
ເລື່ອງຄວາມຮັກ
1ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລືພາສາຂອງເທວະດາກໍຕາມ, ແຕ່ບໍ່ມີຄວາມຮັກ ການເວົ້າຂອງເຮົາ ກໍເປັນເໝືອນສຽງຄ້ອງແລະສຽງແຊ່ງທີ່ດັງອຶກກະທຶກ. 2ເຖິງແມ່ນເຮົາຈະປະກາດພຣະທຳໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ. 3ເຖິງແມ່ນເຮົາບໍລິຈາກສິ່ງຂອງທັງໝົດທີ່ເຮົາມີຢູ່ ແລະສະຫລະແມ່ນແຕ່ຕົວເຮົາເອງໃຫ້ເຂົາເຜົາໄຟ ແຕ່ຖ້າເຮົາບໍ່ມີຄວາມຮັກ ການກະທຳຢ່າງນັ້ນກໍບໍ່ໄດ້ປະໂຫຍດຫຍັງໝົດ.
4ຄວາມຮັກກໍອົດທົນດົນນານ, ຄວາມຮັກຄືຄວາມເມດຕາກະລຸນາ, ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ 5ບໍ່ເຮັດການອັນບໍ່ສຸພາບ ບໍ່ຄິດເຫັນປະໂຫຍດສ່ວນຕົວແຕ່ຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ມັກຈົດຈຳຄວາມຜິດ 6ບໍ່ຍິນດີໃນການອະທຳ, ແຕ່ຍິນດີໃນການສັດຈິງ. 7ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ. 8ເຖິງແມ່ນການປະກາດພຣະທຳກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກເສຍ, ແຕ່ຄວາມຮັກຍັງຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ. 9ເພາະວ່າຄວາມຮູ້ຂອງເຮົານັ້ນບໍ່ສົມບູນ ແລະການປະກາດພຣະທຳກໍບໍ່ສົມບູນ, 10ແຕ່ເມື່ອຄວາມສົມບູນມາເຖິງແລ້ວ ຄວາມບົກພ່ອງນັ້ນກໍຈະຖືກຍົກເລີກເສຍ.
11ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ ການເວົ້າຈາ ຄວາມຮູ້ສຶກ ແລະຄວາມນຶກຄິດຂອງເຮົາກໍເປັນຢ່າງເດັກນ້ອຍ, ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍນັ້ນເສຍ. 12ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆ ເໝືອນເບິ່ງໃນແວ່ນ, ແຕ່ວ່າເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ. ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ, ແຕ່ເວລານັ້ນ ເຮົາຈະຮູ້ຢ່າງສົມບູນເໝືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ. 13ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງທີ່ໃຫຍ່ກວ່າແມ່ນຄວາມຮັກ.
Currently Selected:
1 ໂກຣິນໂທ 13: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: