YouVersion Logo
Search Icon

1 ໂກຣິນໂທ 10

10
ຄຳ​ຕັກເຕືອນ​ບໍ່​ໃຫ້​ຂາບໄຫວ້​ຮູບເຄົາຣົບ
1ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ. 2ພວກເພິ່ນ​ໄດ້​ຮັບ​ບັບຕິສະມາ​ໃນ​ເມກ ແລະ​ໃນ​ທະເລ​ຮ່ວມ​ກັບ​ໂມເຊ​ທຸກຄົນ. 3ທຸກຄົນ​ຕ່າງ​ກໍໄດ້​ກິນ​ອາຫານ​ທິບ​ຢ່າງ​ດຽວກັນ 4ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ. 5ແຕ່​ເຖິງ​ປານ​ນັ້ນ​ກໍດີ ພຣະເຈົ້າ​ກໍ​ບໍ່​ຊົງ​ພໍພຣະໄທ​ກັບ​ຄົນ​ສ່ວນ​ຫລາຍ​ໃນ​ພວກເພິ່ນ ເຮົາ​ຮູ້​ໄດ້ ກໍ​ເພາະ​ພວກເພິ່ນ​ລົ້ມ​ຕາຍ​ກະຈັດ​ກະຈາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.
6ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ. 7ຢ່າ​ກາຍເປັນ​ຄົນ​ຂາບໄຫວ້​ຮູບເຄົາຣົບ ເໝືອນ​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຂາບໄຫວ້ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ປະຊາຊົນ​ໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ລຸກ​ຂຶ້ນ​ເຕັ້ນລຳ.” 8ຢ່າ​ໃຫ້​ເຮົາ​ທັງຫລາຍ​ປະພຶດ​ຜິດ​ສິນທຳ​ທາງ​ເພດ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ປະພຶດ ແລະ​ພວກເຂົາ​ກໍ​ລົ້ມ​ຕາຍ​ໃນ​ມື້​ດຽວ​ສອງໝື່ນ​ສາມພັນ​ຄົນ. 9ຢ່າ​ໃຫ້​ພວກເຮົາ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ທົດລອງ ແລະ​ພວກເຂົາ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ງູ​ພິດ​ຕອດ. 10ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.
11ເຫດການ​ທັງໝົດ​ເຫຼົ່ານີ້ ໄດ້​ເກີດຂຶ້ນ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ ກໍ​ເພື່ອ​ເປັນ​ຕົວຢ່າງ​ໃຫ້​ແກ່​ຜູ້​ອື່ນ ແລະ​ໄດ້​ບັນທຶກ​ເຫດການ​ທັງໝົດ​ນີ້​ໄວ້ ເພື່ອ​ເຕືອນ​ສະຕິ​ພວກເຮົາ ຊຶ່ງ​ຢູ່​ໃນ​ຍຸກ​ສຸດທ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.
12ດັ່ງນັ້ນ ຄົນ​ທີ່​ຄິດ​ວ່າ ຕົນ​ຕັ້ງໝັ້ນຄົງ​ດີ​ແລ້ວ ຈົ່ງ​ລະວັງຕົວ​ໃຫ້​ດີ ຢ້ານ​ວ່າ​ຈະ​ລົ້ມລົງ. 13ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.
14ເພາະສະນັ້ນ ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເວັ້ນ​ຈາກ​ການ​ຂາບໄຫວ້​ຮູບເຄົາຣົບ​ທັງ​ສິ້ນ. 15ເຮົາ​ກ່າວ​ແກ່​ພວກເຈົ້າ​ເໝືອນ​ດັ່ງ​ກ່າວ​ກັບ​ຄົນ​ທີ່​ມີ​ປັນຍາ ຈົ່ງ​ພິຈາລະນາ​ເບິ່ງ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນັ້ນ​ເຖີດ. 16ຈອກ​ແຫ່ງ​ພຣະພອນ ຊຶ່ງ​ເຮົາ​ຂໍ​ພຣະພອນ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ໂລຫິດ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ? ເຂົ້າຈີ່​ຊຶ່ງ​ເຮົາ​ຫັກ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະກາຍ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ? 17ເຖິງ​ແມ່ນ​ວ່າ ພວກເຮົາ​ມີ​ຫລາຍ​ຄົນ ເນື່ອງ​ຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ກໍ​ເປັນ​ຮ່າງກາຍ​ດຽວ ເພາະວ່າ​ພວກເຮົາ​ທຸກຄົນ​ກິນ​ເຂົ້າຈີ່​ກ້ອນ​ດຽວກັນ.
18ຈົ່ງ​ພິຈາລະນາ​ເບິ່ງ​ການ​ປະຕິບັດ​ຂອງ​ຊົນຊາດ​ອິດສະຣາເອນ ພວກ​ທີ່​ກິນ​ເຄື່ອງ​ຖວາຍ​ແລ້ວ​ນັ້ນ ກໍ​ມີ​ສ່ວນ​ໃນ​ແທ່ນບູຊາ​ນັ້ນ​ບໍ່ແມ່ນ​ບໍ? 19ຖ້າ​ເປັນ​ເຊັ່ນນັ້ນ ເຮົາ​ໝາຍຄວາມວ່າ​ຢ່າງ​ໃດ? ເຄື່ອງ​ບູຊາ​ທີ່​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ​ເປັນ​ຂອງ​ສັກສິດ​ບໍ ຫລື​ຮູບເຄົາຣົບ​ນັ້ນ​ສັກສິດ? 20ບໍ່ແມ່ນ​ດອກ ເຮົາ​ໝາຍຄວາມວ່າ​ເຄື່ອງ​ບູຊາ ຊຶ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຖວາຍ​ນັ້ນ ເຂົາ​ຖວາຍ​ແກ່​ພວກ​ຜີມານຮ້າຍ ບໍ່ແມ່ນ​ຖວາຍ​ແກ່​ພຣະເຈົ້າ ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ກັບ​ພວກ​ຜີມານຮ້າຍ​ເຫຼົ່ານັ້ນ. 21ພວກເຈົ້າ​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ດື່ມ​ຈາກ​ຈອກ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່​ຫ່ອນ​ໄດ້ ພວກເຈົ້າ​ກິນ​ທີ່​ໂຕະ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ກິນ​ທີ່​ໂຕະ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່ໄດ້​ເຊັ່ນກັນ. 22ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?
23“ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປະໂຫຍດ “ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະເລີນ​ຂຶ້ນ. 24ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຫາ​ຜົນ​ປະໂຫຍດ​ໃສ່​ຕົນເອງ, ແຕ່​ຈົ່ງ​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນອື່ນ​ດ້ວຍ. 25ຊີ້ນ​ທຸກຢ່າງ​ທີ່​ເຂົາ​ຂາຍ​ຕາມ​ຕະຫລາດ​ນັ້ນ ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ. 26ດ້ວຍວ່າ, “ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ໃນ​ນັ້ນ ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”
27ຖ້າ​ຄົນ​ທີ່​ບໍ່​ເຊື່ອ​ຜູ້ໜຶ່ງ ເຊີນ​ພວກເຈົ້າ​ໄປ​ຮ່ວມ​ຮັບປະທານ​ອາຫານ ແລະ​ພວກເຈົ້າ​ກໍ​ເຕັມໃຈ​ໄປ ຈົ່ງ​ກິນ​ອາຫານ ຊຶ່ງ​ເຂົາ​ຈັດ​ໃຫ້​ມາ ແລະ​ວາງ​ຕໍ່ໜ້າ​ພວກເຈົ້າ ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ. 28ແຕ່​ຖ້າ​ມີ​ຜູ້​ບອກ​ພວກເຈົ້າ​ວ່າ, “ອາຫານ​ນີ້​ເຂົາ​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ” ກໍ​ຢ່າ​ສູ່​ກິນ​ອາຫານ​ນັ້ນ ເພາະ​ເຫັນແກ່​ຜູ້​ທີ່​ບອກ​ພວກເຈົ້າ ແລະ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ, ( 29ບໍ່ແມ່ນ​ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ​ເອງ ແຕ່​ແມ່ນ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນ​ທີ່​ບອກ​ນັ້ນ).
ບາງຄົນ​ຖາມ​ວ່າ, ເປັນຫຍັງ​ເສລີພາບ​ຂອງເຮົາ​ຕ້ອງ​ຖືກ​ຂັດຂວາງ ໂດຍ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຄົນອື່ນ? 30ຖ້າ​ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ເປັນຫຍັງ​ຄົນອື່ນ​ຈຶ່ງ​ຕ້ອງ​ຕິຕຽນ​ເຮົາ​ກ່ຽວກັບ​ອາຫານ ຊຶ່ງ​ເຮົາ​ໄດ້​ຂອບພຣະຄຸນ​ແລ້ວ? 31ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ. 32ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ. 33ເໝືອນ​ດັ່ງ​ເຮົາ​ເອງ​ເຄີຍ​ເຮັດ​ທຸກຢ່າງ ໃຫ້​ເປັນ​ທີ່​ພໍໃຈ​ຄົນ​ທັງປວງ ໂດຍ​ບໍ່​ເຫັນແກ່​ປະໂຫຍດ​ສ່ວນຕົວ ແຕ່​ເຫັນແກ່​ປະໂຫຍດ​ຂອງ​ຄົນ​ທັງຫລາຍ ເພື່ອ​ພວກເຂົາ​ຈະ​ໄດ້​ພົ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in