ເຫດສະນັ້ນ, ເມື່ອພວກເຮົາໄດ້ຖືກນັບເປັນຜູ້ຊອບທຳໂດຍຄວາມເຊື່ອແລ້ວ, ພວກເຮົາຈຶ່ງມີສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ໂດຍທາງພຣະອົງ ພວກເຮົາຈຶ່ງໄດ້ເຂົ້າໃນຮົ່ມພຣະຄຸນທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ. ແລະ ພວກເຮົາຈຶ່ງຊື່ນຊົມຍິນດີໃນຄວາມຫວັງທີ່ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ.