YouVersion Logo
Search Icon

Popular Bible Verses from ໂຣມ 1

ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ. ໃນ​ທຳນອງ​ດຽວ​ກັນ ພວກຜູ້ຊາຍ​ກໍ​ເລີກ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດຕັນຫາ​ຕໍ່​ກັນ. ຜູ້ຊາຍ​ກັບ​ຜູ້ຊາຍ​ເຮັດ​ການຊົ່ວ​ໜ້າອັບອາຍ​ຕໍ່​ກັນ, ພວກເຂົາ​ຈຶ່ງ​ໄດ້​ຮັບ​ການລົງໂທດ​ທີ່​ສົມ​ກັບ​ການກະທຳ​ຂອງ​ຕົນ. ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.

Free Reading Plans and Devotionals related to ໂຣມ 1