1
ໂອບາດີຢາ 1:17
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແຕ່ຢູ່ເທິງພູເຂົາຊີໂອນຈະມີການກອບກູ້; ພູເຂົານັ້ນຈະສັກສິດ, ແລະ ຢາໂຄບຈະໄດ້ຄອບຄອງມໍລະດົກຂອງຕົນ.
Compare
Explore ໂອບາດີຢາ 1:17
2
ໂອບາດີຢາ 1:15
“ວັນແຫ່ງພຣະເຈົ້າຢາເວແມ່ນໃກ້ເຂົ້າມາແລ້ວ ສຳລັບປະຊາຊາດທັງໝົດ. ເຈົ້າເຮັດສິ່ງໃດໄວ້, ເຈົ້າກໍຈະໄດ້ຮັບສິ່ງນັ້ນຕອບແທນ; ການກະທຳຂອງເຈົ້າຈະກັບຄືນມາຕົກໃສ່ເທິງຫົວຂອງເຈົ້າ.
Explore ໂອບາດີຢາ 1:15
3
ໂອບາດີຢາ 1:3
ຄວາມຈອງຫອງຢູ່ໃນໃຈຂອງເຈົ້າໄດ້ຫລອກລວງເຈົ້າ, ເຈົ້າຜູ້ອາໄສຢູ່ໃນຫລືບຫີນ ແລະ ສ້າງເຮືອນຂອງຕົນໄວ້ເທິງບ່ອນສູງ, ເຈົ້າຜູ້ບອກຕົນເອງວ່າ, ‘ຜູ້ໃດຈະສາມາດເອົາເຮົາລົງໄປຢູ່ທີ່ພື້ນໄດ້?’
Explore ໂອບາດີຢາ 1:3
4
ໂອບາດີຢາ 1:4
ເຖິງແມ່ນວ່າເຈົ້າຈະບິນຂຶ້ນໄດ້ເໝືອນນົກອິນຊີ ແລະ ສ້າງຮັງຂອງຕົນໄວ້ຢູ່ຕາມດາວຕ່າງໆກໍຕາມ, ເຮົາກໍຈະນຳເຈົ້າລົງມາຈາກທີ່ນັ້ນ”, ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
Explore ໂອບາດີຢາ 1:4