ລາວໄດ້ອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ບອກຕັ້ງແຕ່ຂ້ານ້ອຍຍັງຢູ່ເຮືອນແລ້ວບໍ່ແມ່ນບໍວ່າມັນຈະເປັນຢ່າງນີ້? ເພາະເຫດນີ້ແຫລະ ຂ້ານ້ອຍຈຶ່ງໄດ້ຟ້າວໜີໄປເມືອງຕາກຊິດ. ຂ້ານ້ອຍຮູ້ວ່າພຣະອົງເປັນພຣະເຈົ້າຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມເມດຕາສົງສານ, ຊ້າໃນການຮ້າຍ ແລະ ເຕັມດ້ວຍຄວາມຮັກ, ເປັນພຣະເຈົ້າຜູ້ທີ່ອົດກັ້ນໄວ້ບໍ່ລົງໂທດ.