YouVersion Logo
Search Icon

Popular Bible Verses from ປະຖົມມະການ 6

ເມື່ອ​ມະນຸດ​ເລີ່ມ​ເພີ່ມ​ຈຳນວນ​ຂຶ້ນ​ເທິງ​ແຜ່ນດິນໂລກ ແລະ ບັນດາ​ລູກຍິງ​ທັງຫລາຍ​ກໍ​ເກີດ​ມາ​ໃຫ້​ແກ່​ພວກເຂົາ. ບັນດາ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ເຫັນ​ວ່າ​ບັນດາ​ລູກສາວ​ຂອງ​ມະນຸດ​ນັ້ນ​ສວຍງາມ ແລ້ວ​ພວກເຂົາ​ກໍ​ແຕ່ງງານ​ກັບ​ຄົນ​ທີ່​ພວກເຂົາ​ເລືອກ. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ພຣະວິນຍານ​ຂອງ​ເຮົາ​ຈະ​ບໍ່​ຕໍ່ສູ້​ກັບ​ມະນຸດ​ຕະຫລອດໄປ, ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ ພວກເຂົາ​ຈະ​ມີ​ອາຍຸ 120 ປີ”. ໃນ​ສະໄໝ​ນັ້ນ ແລະ ໃນ​ສະໄໝ​ຕໍ່ມາ​ມີ​ຄົນເນຟີລິມ​ອາໄສ​ຢູ່​ໃນ​ໂລກ ຄື​ເມື່ອ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ໄປ​ຢູ່​ກິນ​ກັບ​ບັນດາ​ລູກສາວ​ຂອງ​ມະນຸດ ແລະ ມີ​ລູກ​ກັບ​ພວກເຂົາ. ພວກເຂົາ​ເປັນ​ວິລະບຸລຸດ​ຂອງ​ຄົນ​ໃນ​ຍຸກ​ບູຮານ, ເປັນ​ຄົນ​ທີ່​ມີ​ຊື່ສຽງ.

Free Reading Plans and Devotionals related to ປະຖົມມະການ 6