1
ປະຖົມມະການ 42:21
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພວກເຂົາເວົ້າຕໍ່ກັນວ່າ, “ພວກເຮົາຖືກລົງໂທດກໍເປັນເພາະນ້ອງຊາຍຂອງພວກເຮົາແທ້ໆ. ພວກເຮົາກໍເຫັນວ່າລາວທຸກໃຈຂະໜາດໃດເມື່ອລາວຮ້ອງຂໍຊີວິດຂອງລາວກັບພວກເຮົາ, ແຕ່ພວກເຮົາກໍບໍ່ຟັງລາວເລີຍ; ດ້ວຍເຫດນີ້ຄວາມທຸກນີ້ຈຶ່ງມາເຖິງພວກເຮົາ”.
Compare
Explore ປະຖົມມະການ 42:21
2
ປະຖົມມະການ 42:6
ຂະນະນັ້ນໂຢເຊັບເປັນຜູ້ປົກຄອງແຜ່ນດິນ, ລາວເປັນຜູ້ທີ່ຂາຍເຂົ້າໃຫ້ປະຊາຊົນທັງໝົດໃນແຜ່ນດິນນັ້ນ. ດັ່ງນັ້ນ ເມື່ອບັນດາອ້າຍຂອງໂຢເຊັບໄດ້ມາຮອດ, ພວກເຂົາຈຶ່ງກົ້ມຄຳນັບໂຢເຊັບໂດຍໝູບໜ້າຂອງຕົນລົງທີ່ພື້ນ.
Explore ປະຖົມມະການ 42:6
3
ປະຖົມມະການ 42:7
ທັນທີທີ່ໂຢເຊັບໄດ້ເຫັນບັນດາອ້າຍຂອງລາວ, ລາວກໍຈື່ພວກເຂົາໄດ້, ແຕ່ລາວໄດ້ຄືວ່າບໍ່ຮູ້ຈັກ ແລະ ໄດ້ເວົ້າແຮງຕໍ່ພວກເຂົາ. ເພິ່ນໄດ້ຖາມວ່າ, “ພວກເຈົ້າມາຈາກໃສ?” ພວກເຂົາໄດ້ຕອບວ່າ, “ມາຈາກດິນແດນການາອານ ເພື່ອຊື້ເຂົ້າ”.
Explore ປະຖົມມະການ 42:7