ແລ້ວຢາໂຄບກໍໄດ້ອະທິຖານວ່າ, “ໂອ ຂ້າແດ່ພຣະເຈົ້າຂອງອັບຣາຮາມ ແລະ ພຣະເຈົ້າຂອງອີຊາກພໍ່ຂອງຂ້ານ້ອຍ, ພຣະເຈົ້າຢາເວ, ພຣະອົງຜູ້ໄດ້ກ່າວກັບຂ້ານ້ອຍວ່າ, ‘ຈົ່ງກັບໄປຍັງບ້ານເມືອງຂອງເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລ້ວເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງ,’