1
ປະຖົມມະການ 25:23
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະເຈົ້າຢາເວໄດ້ກ່າວຕໍ່ນາງວ່າ, “ສອງຊົນຊາດຢູ່ໃນມົດລູກຂອງເຈົ້າ, ແລະ ສອງຄົນທີ່ຢູ່ພາຍໃນເຈົ້າຈະຖືກແຍກອອກຈາກກັນ; ຄົນໜຶ່ງຈະແຂງແຮງກວ່າອີກຄົນໜຶ່ງ, ແລະ ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ”.
Compare
Explore ປະຖົມມະການ 25:23
2
ປະຖົມມະການ 25:30
ລາວຈຶ່ງໄດ້ເວົ້າກັບຢາໂຄບວ່າ, “ໄວໆແດ່, ໃຫ້ຂ້ອຍກິນອັນແດງໆທີ່ຕົ້ມຢູ່ນັ້ນຈຳນວນໜຶ່ງແດ່! ຂ້ອຍຫິວຫລາຍ!” (ນີ້ຄືເຫດຜົນທີ່ລາວຖືກເອີ້ນອີກຊື່ໜຶ່ງວ່າເອໂດມ.)
Explore ປະຖົມມະການ 25:30
3
ປະຖົມມະການ 25:21
ອີຊາກໄດ້ອະທິຖານຕໍ່ພຣະເຈົ້າຢາເວຕາງເມຍຂອງເພິ່ນ ເພາະນາງບໍ່ມີລູກ. ພຣະເຈົ້າຢາເວໄດ້ຕອບຄຳອະທິຖານຂອງເພິ່ນ, ແລ້ວນາງເຣເບກາເມຍຂອງເພິ່ນກໍໄດ້ຖືພາ.
Explore ປະຖົມມະການ 25:21
4
ປະຖົມມະການ 25:32-33
ເອຊາວຕອບວ່າ, “ເບິ່ງແມ, ຂ້ອຍກຳລັງຈະຕາຍຢູ່ແລ້ວ. ສິດລູກກົກຈະມີປະໂຫຍດຫຍັງຕໍ່ຂ້ອຍ?” ແຕ່ຢາໂຄບເວົ້າວ່າ, “ປະຕິຍານກັບຂ້ອຍກ່ອນ”. ດັ່ງນັ້ນ ເອຊາວຈຶ່ງສາບານຕໍ່ລາວ ໂດຍການຂາຍສິດລູກກົກໃຫ້ແກ່ຢາໂຄບ.
Explore ປະຖົມມະການ 25:32-33
5
ປະຖົມມະການ 25:26
ຫລັງຈາກນັ້ນ ນ້ອງຊາຍຂອງລາວກໍເກີດອອກມາ ພ້ອມກັບມືຂອງລາວທີ່ຈັບສົ້ນໜ່ອງຂອງເອຊາວໄວ້; ດັ່ງນັ້ນ ລາວຈຶ່ງໄດ້ຊື່ວ່າຢາໂຄບ. ອີຊາກມີອາຍຸ 60 ປີ ເມື່ອເຣເບກາເກີດລູກຊາຍທັງສອງນັ້ນ.
Explore ປະຖົມມະການ 25:26
6
ປະຖົມມະການ 25:28
ອີຊາກເປັນຜູ້ທີ່ມັກກິນຊີ້ນສັດປ່າທີ່ລ່າມາໄດ້ ເພິ່ນຈຶ່ງຮັກເອຊາວ, ແຕ່ເຣເບກາຮັກຢາໂຄບ.
Explore ປະຖົມມະການ 25:28