ພຣະເຈົ້າໄດ້ຍິນສຽງຮ້ອງຂອງເດັກຊາຍນັ້ນ, ແລ້ວເທວະດາຂອງພຣະເຈົ້າໄດ້ເອີ້ນນາງຮາກາຈາກສະຫວັນ ແລະ ກ່າວກັບນາງວ່າ, “ຮາກາ, ມີເລື່ອງຫຍັງບໍ? ຢ່າຢ້ານເລີຍ; ພຣະເຈົ້າໄດ້ຍິນສຽງຮ້ອງຂອງເດັກຊາຍໃນຂະນະທີ່ລາວນອນຢູ່ບ່ອນນັ້ນແລ້ວ. ຈົ່ງໄປຍົກລາວຂຶ້ນ ແລະ ຈູງມືລາວໄປ ເພາະເຮົາຈະເຮັດໃຫ້ລາວກາຍເປັນຊົນຊາດໃຫຍ່”.