ແຕ່ອັບຣາມຕອບກະສັດແຫ່ງໂຊໂດມວ່າ, “ຂ້ານ້ອຍໄດ້ຍົກມືຂຶ້ນປະຕິຍານຄຳສາບານຕໍ່ພຣະເຈົ້າຢາເວຜູ້ສູງສຸດ, ຜູ້ສ້າງສະຫວັນ ແລະ ໂລກໄວ້ວ່າ, ຂ້ານ້ອຍຈະບໍ່ຮັບສິ່ງໃດທີ່ເປັນຂອງທ່ານ, ແມ່ນແຕ່ດ້າຍ ຫລື ສາຍຮັດເກີບເສັ້ນດຽວ, ເພື່ອວ່າທ່ານຈະບໍ່ສາມາດເວົ້າໄດ້ເລີຍວ່າ, ‘ເຮົາເຮັດໃຫ້ອັບຣາມຮັ່ງມີ’.