1
ເອເຊກຽນ 39:29
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເຮົາຈະບໍ່ເຊື່ອງໜ້າຂອງເຮົາຈາກພວກເຂົາອີກແລ້ວ ເພາະເຮົາຈະຖອກພຣະວິນຍານຂອງເຮົາລົງເໜືອຊົນຊາດອິດສະຣາເອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Compare
Explore ເອເຊກຽນ 39:29
2
ເອເຊກຽນ 39:28
ເມື່ອນັ້ນພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ເພາະເຖິງແມ່ນເຮົາໄດ້ສົ່ງພວກເຂົາໄປເປັນຊະເລີຍທ່າມກາງຊົນຊາດຕ່າງໆ ເຮົາກໍຈະຮວບຮວມພວກເຂົາກັບມາຍັງດິນແດນຂອງຕົນເອງໂດຍບໍ່ປະຖິ້ມໄວ້ຈັກຄົນ.
Explore ເອເຊກຽນ 39:28
3
ເອເຊກຽນ 39:25
“ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ບັດນີ້ ເຮົາຈະນຳຢາໂຄບກັບຈາກການເປັນຊະເລີຍ ແລະ ເຮົາຈະເມດຕາສົງສານປະຊາຊົນອິດສະຣາເອນເພາະເຮົາຫວງແຫນນາມອັນສັກສິດຂອງເຮົາ.
Explore ເອເຊກຽນ 39:25