1
ອົບພະຍົບ 5:1
ພຣະຄຳພີລາວສະບັບສະໄໝໃໝ່
LCV
ຫລັງຈາກນັ້ນ ໂມເຊກັບອາໂຣນກໍໄດ້ໄປພົບຟາໂຣ ແລະ ໄດ້ເວົ້າວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງອິດສະຣາເອນໄດ້ກ່າວຄື: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ຈັດງານສະຫລອງໃຫ້ເຮົາໃນຖິ່ນແຫ້ງແລ້ງກັນດານ’ ”.
Compare
Explore ອົບພະຍົບ 5:1
2
ອົບພະຍົບ 5:23
ຕັ້ງແຕ່ຂ້ານ້ອຍໄດ້ໄປຫາຟາໂຣເພື່ອກ່າວໃນນາມຂອງພຣະອົງແລ້ວ, ຟາໂຣໄດ້ນຳເອົາຄວາມເດືອດຮ້ອນມາສູ່ປະຊາຊົນເຫລົ່ານີ້ ແລະ ພຣະອົງບໍ່ໄດ້ກອບກູ້ເອົາປະຊາຊົນຂອງພຣະອົງເລີຍ”.
Explore ອົບພະຍົບ 5:23
3
ອົບພະຍົບ 5:22
ໂມເຊໄດ້ກັບຄືນໄປຫາພຣະເຈົ້າຢາເວ ແລະ ໄດ້ເວົ້າວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ເປັນຫຍັງພຣະອົງຈຶ່ງນຳເອົາຄວາມເດືອດຮ້ອນມາໃສ່ປະຊາຊົນເຫລົ່ານີ້? ຍ້ອນເຫດນີ້ພຣະອົງຈຶ່ງໄດ້ສົ່ງຂ້ານ້ອຍມາບໍ?
Explore ອົບພະຍົບ 5:22
4
ອົບພະຍົບ 5:2
ຟາໂຣໄດ້ເວົ້າວ່າ, “ພຣະເຈົ້າຢາເວເປັນຜູ້ໃດທີ່ເຮົາຈະຕ້ອງເຊື່ອຟັງເພິ່ນ ແລະ ປ່ອຍປະຊາຊົນອິດສະຣາເອນໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະ ເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ”.
Explore ອົບພະຍົບ 5:2
5
ອົບພະຍົບ 5:8-9
ແຕ່ກຳນົດໃຫ້ພວກເຂົາເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ; ບໍ່ໃຫ້ຫລຸດຈຳນວນທີ່ກຳນົດໄວ້. ພວກເຂົາຂີ້ຄ້ານ; ດ້ວຍເຫດນີ້ພວກເຂົາຈຶ່ງຮ້ອງຂໍວ່າ, ‘ຂໍອະນຸຍາດໃຫ້ພວກເຮົາໄປ ແລະ ຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງພວກເຮົາ’. ຈົ່ງໃຫ້ປະຊາຊົນເຮັດວຽກໜັກຫລາຍຂຶ້ນ ເພື່ອວ່າພວກເຂົາຈະໄດ້ເຮັດວຽກຕໍ່ໄປ ແລະ ບໍ່ສົນໃຈຕໍ່ຄຳຕົວະຕ່າງໆ”.
Explore ອົບພະຍົບ 5:8-9