ແລ້ວໂມເຊກໍໄດ້ເວົ້າກັບຊາວອິດສະຣາເອນວ່າ, “ເບິ່ງແມ, ພຣະເຈົ້າຢາເວໄດ້ເລືອກເອົາເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣຈາກເຜົ່າຢູດາ, ແລະ ພຣະອົງໃຫ້ລາວເຕັມລົ້ນດ້ວຍພຣະວິນຍານຂອງພຣະເຈົ້າ, ດ້ວຍສະຕິປັນຍາ, ດ້ວຍຄວາມເຂົ້າໃຈ, ດ້ວຍຄວາມຮູ້ ແລະ ຄວາມຊຳນານດ້ານສີມືທຸກປະເພດ