“ຈົ່ງສັ່ງຊາວອິດສະຣາເອນໃຫ້ນຳເອົານ້ຳມັນໃສທີ່ບີບຈາກໝາກກອກມາໃຫ້ເຈົ້າສຳລັບໃຊ້ໄຕ້ຕະກຽງ ເພື່ອວ່າຕະກຽງຈະໄດ້ລຸກຢູ່ຕະຫລອດເວລາ. ໃນເຕັນນັດພົບນັ້ນ, ຢູ່ນອກຜ້າກັ້ງທີ່ບັງຫີບພັນທະສັນຍາ, ອາໂຣນກັບບັນດາລູກຊາຍຂອງເພິ່ນຈະຕ້ອງຮັກສາຕະກຽງໃຫ້ໄຟລຸກຢູ່ຕະຫລອດຕໍ່ໜ້າພຣະເຈົ້າຢາເວ ຕັ້ງແຕ່ຕອນແລງຈົນຮອດຕອນເຊົ້າ. ນີ້ແມ່ນຂໍ້ປະຕິບັດຖາວອນໃນທ່າມກາງຊາວອິດສະຣາເອນສຶບໄປທຸກຊົ່ວອາຍຸ.