1
ດານີເອນ 12:3
ພຣະຄຳພີລາວສະບັບສະໄໝໃໝ່
LCV
ບັນດາຜູ້ມີປັນຍາຈະສ່ອງແສງເໝືອນຄວາມສະຫວ່າງແຫ່ງຟ້າສະຫວັນ ແລະ ບັນດາຜູ້ທີ່ນຳຄົນທັງຫລາຍມາສູ່ຄວາມຊອບທຳຈະສ່ອງແສງເໝືອນດວງດາວຕະຫລອດໄປເປັນນິດ.
Compare
Explore ດານີເອນ 12:3
2
ດານີເອນ 12:2
ຄົນເປັນຈຳນວນຫລວງຫລາຍທີ່ຕາຍໄປແລ້ວຈະຟື້ນຂຶ້ນຄື: ບາງຄົນກໍເຂົ້າສູ່ຊີວິດອັນຕະຫລອດໄປເປັນນິດ, ບາງຄົນກໍເຂົ້າສູ່ຄວາມອັບອາຍ ແລະ ຖືກດູຖູກຕະຫລອດໄປ.
Explore ດານີເອນ 12:2
3
ດານີເອນ 12:1
“ໃນເວລານັ້ນມີຄາເອນ ເຊິ່ງເປັນເທວະດາຕົນໃຫຍ່ທີ່ປົກປັກຮັກສາປະຊາຊົນຂອງເຈົ້າຈະມາ. ຈະເກີດຊ່ວງແຫ່ງຄວາມທຸກຍາກລຳບາກຢ່າງທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ມີປະຊາຊາດຂຶ້ນ. ແຕ່ໃນເວລານັ້ນປະຊາຊົນຂອງເຈົ້າ ຄືທຸກຄົນທີ່ມີຊື່ຢູ່ໃນໜັງສືນັ້ນຈະໄດ້ຮັບການກອບກູ້.
Explore ດານີເອນ 12:1
4
ດານີເອນ 12:10
ຄົນທັງຫລາຍຈະຖືກຫລອມ ແລະ ໄດ້ຮັບການຊໍາລະໃຫ້ບໍລິສຸດປາດສະຈາກຕຳໜິ. ສ່ວນຄົນຊົ່ວກໍຍັງເຮັດຊົ່ວຕໍ່ໄປ. ບໍ່ມີຄົນຊົ່ວຄົນໃດຈະເຂົ້າໃຈ, ແຕ່ບັນດາຄົນທີ່ມີປັນຍາກໍຈະເຂົ້າໃຈ.
Explore ດານີເອນ 12:10