ພຣະເຈົ້າຢາເວປະກາດດັ່ງນີ້ວ່າ:
“ວັນເວລາຈະມາເຖິງເມື່ອຄົນທີ່ໄຖຈະຕາມທັນຄົນທີ່ກ່ຽວ
ແລະ ຄົນຢຽບໝາກອະງຸ່ນຈະຕາມທັນຄົນທີ່ປູກ.
ຈະມີເຫລົ້າອະງຸ່ນໃໝ່ຢອດຈາກພູເຂົາ
ແລະ ໄຫລຈາກໂນນພູທັງໝົດ.
ເຮົາຈະນຳອິດສະຣາເອນປະຊາຊົນຂອງເຮົາທີ່ຕົກເປັນຊະເລີຍນັ້ນກັບຄືນມາ.