“ ‘ຈົ່ງໄປຫາຊົນຊາດນີ້ ແລະ ບອກພວກເຂົາວ່າ,
“ເຈົ້າຈະຟັງແລ້ວຟັງອີກແຕ່ຈະບໍ່ເຂົ້າໃຈ;
ເຈົ້າຈະເບິ່ງແລ້ວເບິ່ງອີກແຕ່ຈະບໍ່ສັງເກດເຫັນ”.
ເພາະຈິດໃຈຂອງຊົນຊາດນີ້ດື້ດ້ານ;
ພວກເຂົາເກືອບຈະບໍ່ຍອມຟັງດ້ວຍຫູຂອງພວກເຂົາ,
ແລະ ພວກເຂົາໄດ້ປິດຕາຂອງພວກເຂົາເສຍ.
ຖ້າບໍ່ດັ່ງນັ້ນພວກເຂົາຈະເຫັນດ້ວຍຕາຂອງພວກເຂົາ,
ໄດ້ຍິນດ້ວຍຫູ,
ເຂົ້າໃຈດ້ວຍຈິດໃຈຂອງພວກເຂົາ
ແລະ ຫັນກັບຄືນມາ, ແລ້ວເຮົາຈະເຮັດໃຫ້ພວກເຂົາຫາຍດີ’.