ແຕ່ຖ້າພຣະເຈົ້າຊົງຫັກກິ່ງກ້ານບາງສ່ວນຂອງຕົ້ນໝາກກອກເທດບ້ານອອກເສຍ ແລ້ວໄດ້ຊົງໂຜດນຳເຈົ້າ ຜູ້ເປັນກິ່ງຕົ້ນໝາກກອກເທດປ່າ ມາແທນກິ່ງເຫຼົ່ານັ້ນ ແລະໃຫ້ເຂົ້າຮ່ວມຮັບນໍ້າຫລໍ່ລ້ຽງອັນບໍຣິບູນຈາກຮາກຕົ້ນກອກເທດນັ້ນ. ສະນັ້ນ ເຈົ້າກໍຢ່າໂອ້ອວດໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນ, ເຈົ້າຈະພູມໃຈໄດ້ຢ່າງໃດ? ຖ້າເຈົ້າໂອ້ອວດໃສ່ກ້ານເຫຼົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນເຈົ້າທີ່ໄດ້ລ້ຽງຮາກ, ແຕ່ແມ່ນຮາກທີ່ລ້ຽງເຈົ້າ.