“ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຊາວເລວີ ໃນທ່າມກາງຊາວອິດສະຣາເອນທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ. ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫຼົ່ານັ້ນເປັນຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.”